Homeຂ່າວຕ່າງປະເທດດິນຖະລົ່ມໃນເຊຍຣາລີໂອນມີຜູ່ເສຍຊີວິດກວ່າ 312 ຄົນ

ດິນຖະລົ່ມໃນເຊຍຣາລີໂອນມີຜູ່ເສຍຊີວິດກວ່າ 312 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນ ຟຣີທາວ ປະເທດ ເຊຍຣາລີໂອນ ເມື່ອວັນທີ 15 ສິງຫາ 2017 ວ່າ ປະທານາທິບໍດີ ເອີເນວ ໄບ ໂຮໂຣມາ ຖະແຫລງການວ່າຈຳນວນຜູ່ເສຍຊີວິດຈາກເຫດດິນຖະລົ່ມທັບໝູ່ບ້ານຫຼາຍແຫ່ງໃນ ຟຣີທາວ ເຊິ່ງເປັນຜົນກະທົບມາຈາກຝົນທີ່ຕົກລົງມາຢ່າງໜັກໃນລະດູມໍລະສຸມ ເມື່ອວັນຈັນທີ່ຜ່ານມາ ເປັນເຫດເຮັດໃຫ້ມີຜູ່ເສຍຊີວິດແລ້ວ 312 ຄົນ ແລະ ປະຊາຊົນອີກ 3,000 ຄົນ ຂາດທີ່ຢູ່ອາໃສ ໂດຍສະເພາະໃນເຂດ ຣີເຈນ ເຊິ່ງເປັນພື້ນທີ່ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ເຊິ່ງລັດຖະບານໄດ້ເນັ້ນຢ້ຳໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງເຂົ້າຊ່ວຍເຫຼືອແກ່ປະຊາຊົນຢ່າງສຸດຄວາມສາມາດ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...