Homeນານາສາລະວິທີສົມມາພໍ່ແມ່ຢ່າງຖືກຕ້ອງ

ວິທີສົມມາພໍ່ແມ່ຢ່າງຖືກຕ້ອງ

Published on

ການສົມມາພໍ່ແມ່ເພື່ອເປັນສິຣິມົງຄຸນໃຫ້ແກ່ຊີວິດສາມາດເຮັດໄດ້ທຸກເວລາຕາມທີ່ຕົນຕ້ອງການ ແລະ ອີງໃສ່ຄວາມສະດວກຂອງຕົນເອງ ແລະ ຜູ່ເປັນພໍ່ແມ່ ສຳລັບສິ່ງທີ່ລູກທຸກຄົນຄວນເຮັດແມ່ນຄົບ 1 ມີເຮົາຄວນມີການສົມມາພໍ່ແມ່ ເພື່ອຂໍຂະມາລາໂທດໃນສິ່ງທີ່ຕົນເຮັດບໍ່ດີກັບພໍ່ກັບແມ່ ແລະ ມັນຍັງສະແດງໃຫ້ເຫັນຄວາມສຳນຶກບຸນຄຸນຂອງພໍ່ແມ່ທີ່ລ້ຽງດູຕົນເອງມາໃຫ້ໃຫຍ່ກ້າໜ້າບານ ເຊິ່ງການສົມມາພໍ່ແມ່ນັ້ນເຮົາຕ້ອງກຽມຫຍັງແນ່ມາຮູ້ຈັກໄປພ້ອມກັນເລີຍ 

ສິ່ງທີ່ຕ້ອງກຽມ 

1. ຂັນ 5 ດອກໄມ້ ແລະ ທຽນ
2. ຝ້າຍຜູກແຂນ
3. ສິ້ນຜືນແພວາ (ເຄື່ອງນຸ່ງຖືທີ່ຈະມອບໃຫ້ພໍ່ແມ່) ແລະ ເງິນຈຳນວນໜຶ່ງ ຖ້າກໍລະນີຜູ່ບໍ່ມີກໍ່ເລືອກເອົາອັນໃດອັນໜຶ່ງກໍ່ໄດ້
4. ນ້ຳອົບນ້ຳຫອມ

ໝາຍເຫດ: ກໍລະນີບໍ່ໄດ້ກຽມຫຍັງອາດຈະເປັນຍ້ອນເງື່ອນໄຂບໍ່ພ້ອມ ຫຼື ດ້ວຍເຫດອັນໃດກໍ່ແລ້ວແຕ່ຫາກທ່ານມີຈຸດປະສົງ ມີຄວາມຕັ້ງໃຈຈິງແທ້ ພຽງແຕ່ທ່ານຍໍມືນົບຕັ້ງຈິດໃຈໃຫ້ຢູ່ໃນຄວາມບໍລິສຸດ ກ່າວຂໍຂະມາລາໂທດແກ່ພໍ່ແມ່ດ້ວຍວາຈາອອກມາຈາກໃຈຈິງແລ້ວກົ້ມກາບໄຫວ້ພວກເພິ່ນທີ່ຕັກ ຫຼື ຕີນຂອງເພິ່ນເທົ່ານີ້ກໍ່ໄດ້ແລ້ວ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...