spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຮັບໂທດ 2 ປີ 2 ເດືອນ ສະຖານລະເມີດກົດຈະລາຈອນ ເຮັດໃຫ້ຜູ້ອື່ນເສຍຊີວິດ

ຮັບໂທດ 2 ປີ 2 ເດືອນ ສະຖານລະເມີດກົດຈະລາຈອນ ເຮັດໃຫ້ຜູ້ອື່ນເສຍຊີວິດ

Published on

ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາຕັດສິນຄະດີລະເມີດກົດຈາລະຈອນ ພາໃຫ້ເກີດອຸບັດຕິເຫດ ແລ້ວເຮັດໃຫ້ມີຄົນເສຍຊີວິດ ໂດຍມີຈຳເລີຍຊື່ທ້າວ ພູເພັດ ອາຍຸ 29 ປີ, ພັກເຊົາຢູ່ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ຜ່ານການຄົ້ນຄວ້າຄະນະສານລົງຄວາມເຫັນຕັດອິດສະຫຼະພາບຈຳເລີຍ 2 ປີ 2 ເດືອນ ປັບໃໝ 400.000 ກີບ ພ້ອມທັງຊົດເຊີຍຄ່າເສຍ ຫາຍທາງແພ່ງ 60.000.000 ກີບ.

ໃນຫ້ອງປະຊຸມສານໄອຍະການ ປະຊາຊົນ ໄດ້ຖະແຫຼງໃຫ້ຮູ້ວ່າ: ເວລາ ປະມານ 12 ໂມງຂອງວັນທີ 20 ກຸມພາ 2017, ທ້າວ ພູເພັດ ໄດ້ຂັບຂີ່ ລົດໂຕໂຢຕ້າ ໄມຕີເອັກ ໝາຍເລກທະບຽນ ກຍ 3638 ກຳແພງນະຄອນ ຂັບມາແຕ່ທາງໄຟແດງໜອງດ້ວງ ຈະມຸ່ງໜ້າໄປບ້ານດົງນາໂຊກໃຕ້, ພໍມາຮອດຮ່ອມ 6 ຈຸດເກີດເຫດ ຈຶ່ງລ້ຽວຂວາເຂົ້າຮ່ອມດັ່ງກ່າວແລ້ວ ໄປຕຳກັບລົດຈັກໂຄລາວໝາຍເລກທະບຽນ ຍດ 7751 ກຳແພງນະຄອນ ຂັບຂີ່ໂດຍນາງ ພອນໄຊ ອາຍຸ 62 ປີ ຢູ່ບ້ານດົງນາໂຊກໃຕ້ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ຕຳໃສ່ກາງລົດຢ່າງຮຸນແຮງ ເຮັດໃຫ້ຜູ້ຂັບຂີ່ລົດຈັກບາດເຈັບສາຫັດ ແລະ ເສຍຊີວິດໃນເວລາຕໍ່ມາ.

ຜ່ານການຄົ້ນຄວ້າເອກະສານ, ຄຳຮັບສາລະພາບຂອງຈຳເລີຍທີ່ ປະກອບ ໃນສຳນວນຄະດີແລ້ວເຫັນວ່າ: ຈຳເລີຍໄດ້ລະເມີດກົດຈາລະຈອນ ແລະ ເຮັດໃຫ້ຜູ້ອື່ນເສຍຊີວິດ. ສະນັ້ນ, ຄະນະສານ ຈຶ່ງຕັດອິດສະ ຫຼະພາບຈຳເລີຍຕາມທີ່ໄດ້ກ່າວມານັ້ນ.

 

ຂ່າວຈາກ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...