Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳລູກສາວຜູ້ພິການຕາທີ່ໃຊ້ສຽງຂັບລຳຫາກິນຢູ່ສວນເຈົ້າອານຸວົງແລ້ວໜີ

ຕຳລູກສາວຜູ້ພິການຕາທີ່ໃຊ້ສຽງຂັບລຳຫາກິນຢູ່ສວນເຈົ້າອານຸວົງແລ້ວໜີ

Published on

ເວລາປະມານ 20:00 ໂມງ ຂອງວັນທີ 6 ສິງຫາ 2017 ທີ່ຜ່ານມາ ໄດ້ເກີດອຸບັດຕິເຫດລົດຕຳນາງ ໜີ ອາຍຸ 17 ປີ ເປັນຄົນບ້ານ ໜາກແງວ ເມືອງ​ບາ​ຊຽງ ແຂວງຈຳປາສັກ ໄດ້ຂື້ນມາເຮັດວຽກຢູ່ນະຄອນວຽງຈັນ ແລະ ໄດ້ເຊົ່າຫ້ອງແຖວທີ່ບ້ານສະພານທອງໃຕ້ ຢູ່ກ້ບແມ່ອ່ອນແກ້ວ ຜູ້ພິການຕາທີ່ໃຊ້ສຽງຂັບລຳຫາກິນຢູ່ສວນເຈົ້າອານຸວົງ ຫຼັງຈາກນາງເລີກວຽກແລ້ວລາວກໍ່ຂັບລົດຈັກໄປຮັບແມ່ຂອງນາງທີ່ສວນເຈົ້າອານຸວົງ ແຕ່ເມື່ອມາຮອດຖະໜຸນຄູວຽງ ໄດ້ມີລົດຂັບມາດ້ວຍຄວາມໄວມາຕຳເອົາລາວແລ້ວຂັບລົດຫຼົບໜີ

ປັດຈຸບັນນາງນອນພັກຮັກສາຕົວຢູ່ຫ້ອງ ICU ໂຮງໜໍ 150 ຕຽງ ນາງໄດ້ຮັບບາດເຈັບສາຫັດແຂນ ແລະ ຂາເບື້ອງຊ້າຍຫັກ ນາງນອນສະຫຼົບຢູ່ 5 ມື້ຈິ່ງຄ່ອຍຟື້ນຮູ້ເມື່ອຄີງ

ດັ່ງນັ້ນ ຂໍຄວາມຊ່ວຍເຫຼືອແກ່ຜູ້ທີ່ໃຈບຸນຮ່ວມບໍລິຈາກຊ່ວຍເຫຼືອສົມທົບຄ່າຢາ, ຄ່າປິ່ນປົວ ແລະ ອາຫານການກິນໃຫ້ແກ່ຄອບຄົວຜູ່ກ່ຽວດ້ວຍ ຫາກທ່ານໃດມີຈຸດປະສົງຕ້ອງການຊ່ວຍເຫຼືອໃຫ້ແຈ້ງເຂົ້າມາທີ່ເບີ 020 9661 5171 ເປັນເບີໂທລະສັບຂອງອ້າຍນາງ

https://www.facebook.com/jomjai.phianam/videos/353914478361817/

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...