spot_img
Homeຂ່າວຕ່າງປະເທດມຽນມາເສີມກຳລັງທະຫານເຂົ້າສູ່ລັດຍະໄຂ່

ມຽນມາເສີມກຳລັງທະຫານເຂົ້າສູ່ລັດຍະໄຂ່

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ຢ່າງກຸ້ງ ປະເທດມຽນມາ ເມື່ອວັນທີ 12 ສິງຫາ 2017 ວ່າ ຂ່າວກອງທັບມຽນມາສົ່ງທະຫານເພີ່ມເຕີມໄປທີ່ລັດຍະໄຂ່ໃນອາທິດນີ້ ເພື່ອເສີມຄວາມໝັ້ນຄົງ ໄດ້ຮັບສຽງຕຳນິຈາກທ່ານນາງ ຮີລີ ຜູ້ຂຽນລາຍງານພິເສດຂອງສະຫະປະຊາຊາດ ເມື່ອວັນສຸກ ເຊິ່ງກ່າວເຕືອນວ່າ ຄວາມເຄື່ອນໄຫວດັ່ງກ່າວກໍ່ໃຫ້ເກີດຄວາມວິຕົກກັງວົນ “ຢ່າງໜັກ”

ສື່ທາງມຽນມາລາຍງານໃນວັນເສົາວ່າ ປະຕິບັດການກວດລ້າງເພື່ມຄວາມເຂັ້ນຂຸ້ນ ໃນເຂດພູເມຢູຂອງລັດຍະໄຂ່ ເຊິ່ງເປັນພື້ນທີ່ທີ່ລັດຖະບານລະບຸວ່າເປັນພື້ນທີ່ປະຕິບັດການກຸ່ມຕິດອາວຸດໂຣຮິນຈາ ໜັງສືພິມ ນິວ ໄລ ອັອບ ມຽນມາ ລາຍງານວ່າ ທາງການປະກາດຄຳສັ່ງຫ້າມປະຊາຊົນອອກນອກເຮືອນໃນຍາມຄ່ຳຄືນ ໃນຫຼາຍພື້ນທີ່ ໃນລັດຍະໄຂ່ ເຊິ່ງປະຕິບັດການກວດລ້າງໃນເທື່ອນີ້ ມີເປົ້າໝາຍເພື່ອປ້ອງກັນກຸ່ມກໍ່ການຮ້າຍຫົວຮຸນແຮງ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...