spot_img
Homeຂ່າວພາຍ​ໃນລັດຖະບານລາວປະກາດອັດສີດນັກກີລາລາວ ຖ້າຫາກຍາດຫຼຽນລາງວັນມາໄດ້

ລັດຖະບານລາວປະກາດອັດສີດນັກກີລາລາວ ຖ້າຫາກຍາດຫຼຽນລາງວັນມາໄດ້

Published on

ລັດຖະບານກໍ່ຄືກະຊວງສຶກສາທິການ ແລະ ກີລາ ປະກາດຈະໃຫ້ເງິນຊຸກຍູ້ແກ່ທັບນັກກີລາລາວ ໃນຈຳນວນ 22 ປະເພດ ຖ້າຫາກສາມາດຍາດໄດ້ຫຼຽນຄຳ

ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ສສກ ກ່າວໃນວັນທີ 07 ສິງຫາ 2017 ທີ່ຜ່ານມານີ້ ໃນພິທີຖະແຫຼງຂ່າວ ແລະ ປະກາດໃຫ້ເງິນລາງວັນໂບນັດແກ່ທັບນັກກີລາລາວ ທີ່ເຂົ້າຮ່ວມງານມະຫາກຳກີລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ລະຫວ່າງວັນທີ 19-30 ສິງຫາ 2017 ນີ້ວ່າ: ຖ້າຫາກນັກກີລາຄົນໃດຄົນໜຶ່ງ ຫຼື ປະເພດກີລາໃດໜຶ່ງສາມາດຍາດໄດ້ຫຼຽນຄຳ ລັດຖະບານພ້ອມຈະໃຫ້ລາງວັນເງິນສົດ ຫຼຽນລະ 25 ລ້ານກີບ ພ້ອມເງິນອັດສີດ 2,5 ລ້ານກີບ ແລະ ຫຼຽນໄຊແຮງງານຊັ້ນ 2, ສ່ວນຫຼຽນເງິນຈະໄດ້ຮັບລາງວັນເງິນສົດ 15 ລ້ານກີບ ພ້ອມເງິນອັດສີດ 2 ລ້ານກີບ ແລະ ຫຼຽນໄຊແຮງງານຊັ້ນ 3 ຂະນະທີ່ຫຼຽນທອງ ຈະໄດ້ຮັບລາງວັນເງິນສົດ 10 ລ້ານກີບ ພ້ອມເງິນອັດສີດ 1,6 ລ້ານກີບ ແລະ ຫຼຽນແຮງງານ ນອກຈາກນັ້ນບໍລິສັດ ເບຍລາວ ຈຳກັດ ຍັງປະກາດຈະໃຫ້ເງິນອັດສີດຫຼຽນຄຳ 8 ລ້ານກີບ, ຫຼຽນເງິນ 3 ລ້ານກີບ ແລະ ຫຼຽນທອງ 1 ລ້ານກີບ.

ສຳລັບບັນດາສະຫະພັນກີລາແຫ່ງຊາດທີ່ໃຫ້ການສະໜັບສະໜູນອັດສີດເງິນໃຫ້ນັກກີລາຂອງຕົນເອງນັ້ນມີ ສະຫະພັນກີລາບິນລຽດ-ສະນຸກເກີ ແຫ່ງຊາດ ປະກາດອັດສີດນັກກີລາ ຖ້າຫາກຍາດໄດ້

    • ຫຼຽນຄຳຈະໃຫ້ເງິນສົດ 50 ລ້ານກີບ
    • ຫຼຽນເງິນ 30 ລ້ານກີບ
    • ຫຼຽນທອງ 10 ລ້ານກີບ

ພ້ອມນັ້ນກໍ່ຍັງມີປະທານສະຫະພັນກີລາຢູໂດແຫ່ງຊາດ ຊຸກຍູ້ທັບນັກກີລາຕົນເອງ ເພື່ອສູ້ຊົນຍາດເອົາຫຼຽນຄຳຈຳນວນ 57 ລ້ານກີບ ແລະ 7 ພັນໂດລາສະຫະລັດ, ທ່ານຮອງປະທານສະຫະພັນເທຄວັນໂດແຫ່ງຊາດ ອຸປະຖຳກີລາ ເທຄັວນໂດ້ 5 ພັນໂດລາ, ທ່ານ ປະທານບໍລິສັດ ແສງເພັດເກັບກູ້ລະເບີດ ອຸປະຖຳກີລາກ໊ອຟ 130.000 ໂດລາ, ບໍລິສັດ ໄຟຟ້າລາວ ອຸປະຖຳກີລາກ໊ອຟ 30.000 ໂດລາ, ບໍລິສັດ ອີດີແອລເຈນ ຊຸກຍູ້ກີລາກ໊ອຟ 20.000 ໂດລາ ແລະ ທະນາຄານຮ່ວມພັດທະນາ ອຸປະຖຳກີລາກ໊ອຟ 10.000 ໂດລາ, ບໍລິສັດ ຜະລິດເຄື່ອງນຸ່ງກີລາຄົບວົງຈອນ ຫຍີ່ຫໍ້ FBT ຊຸກຍູ້ນັກກີລາລາວ 82 ລ້ານກີບ, ບໍລິສັດ ເບຍລາວ ຈຳກັດ 75 ລ້ານກີບ ແລະ ບັນດາພາກສ່ວນຕ່າງໆຊຸກຍູ້ອີກລວມມູນຄ່າ 358 ລ້ານກີບ, ສ່ວນກີລາບານເຕະແມ່ນຈະໄດ້ຮັບເງິນລາງວັນ 1 ຕື້ກີບ ຖ້າຫາກຜ່ານເຂົາຮອບຮອງຊະເລີດ .

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...