spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ​ເມືອງ​ສີ​ສັດຕະ​ນາກຈັບ​ໂຈນປຸ້ນ​ຈີ້-ຊີງ​ຊັບ​ມາ​ດຳ​ເນີນ​ຄະດີ

ປກສ ​ເມືອງ​ສີ​ສັດຕະ​ນາກຈັບ​ໂຈນປຸ້ນ​ຈີ້-ຊີງ​ຊັບ​ມາ​ດຳ​ເນີນ​ຄະດີ

Published on

ວັນ​ທີ 9 ສິງຫາ ທີ່ຜ່ານມາ, ປກສ ​ເມືອງສີ​ສັດຕະ​ນາກນະຄອນຫລວງ​ວຽງຈັນ, ​ໄດ້​ນຳ​ກຳລັງ​ເຂົ້າ​ຈັບ​ກຸມທ້າວ ​ແໜ່ງ ອາຍຸ 31 ປີ ​ແລະ ທ້າວ ສີ​ອຸ້ຍ ອາຍຸ 30 ປີ ຢູ່​ບ້ານທົ່ງ​ພານ​ທອງ​ ເມືອງສີ​ສັດຕະ​ນາກນະຄອນຫລວງ​ວຽງຈັນ, ພ້ອມ​ຂອງ​ກາງ​ອາວຸດ​ປືນ​ສັ້ນ 1 ກະບອກ ​ແລະ ລົດຈັກ​ຮອນ​ດາ​ເວ​ບ 2 ຄັນ.

​ເຈົ້າໜ້າທີ່ໃຫ້​ຮູ້​ວ່າ: ໃນຜ່ານມາ, ຜູ້​ຕ້ອງ​ຫາ​ທັງ​ສອງ​ໄດ້ເຄື່ອນໄຫວ​ກໍ່​ເຫດປຸ້ນ​ຈີ້-ຊີງ​ຊັບ​ຂອງ​ປະຊາຊົນ ຢູ່​ເຂດນະຄອນ ຫລວງ​ວຽງຈັນ ມາ​ແລ້ວ​ຫລາຍ​ຄັ້ງ ຄື: ໃນເດືອນກໍລະກົດທີຜ່ານມາ ເຫດການຄັ້ງນັ້ນ ສາວຜູ້ປະສົບເຫດການໂຈນດຶງກະເປົ໋າແມ່ນກຳລັງລົງຈາກລົດເພື່ອຍ່າງຂ້າງທາງ ຢູ່ດີໆກໍ່ມີໂຈນ 2 ຄົນແລ່ນມາໃກ້ໆ ທັນທີນັ້ນມັນກໍ່ລົງມືດຶງເອົາກະເປົ່າຢ່າງຮຸນແຮງ ແຕ່ສາວຕັ້ງສະຕິໄດ້ຈັບສາຍກະເປົ໋າໄວ້ຢ່າງແໜ້ນບໍຍອມປ່ອຍ ຈິ່ງຖືກພວກໂຈນລາກໄປຫຼາຍແມັດສົມຄວນ ແຕ່ມີຄົນທີ່ຢູ່ເຂດນັ້ນເຫັນພາກັນແລ່ນໄປຊ່ວຍ, ໂຈນເຫັນທ່າບໍດີຈິ່ງປ່ອຍເຈົ້າຂອງກະເປົ໋າແລ້ວແລ່ນໜີໄປ. ເຫດການທີ່ເກີດຂຶ້ນ ໂຊກດີທີ່ສາວຜູ້ເຄາະຮ້າຍໃສ່ເສື້ອແຂນຍາວຈິ່ງເກີດແຜນລອກພຽງເລັກນ້ອຍຕາມບໍລິເວນແຂນຂາເທົ່ານັ້ນ ແຕ່ກໍ່ເຈັບໂຕໄປຫຼາຍເຕີບຍ້ອນພວກໂຈນໃຈບາບເຫຼົ່ານີ້ ແລະ ຫລາຍກໍລະນີອື່ນໆອີກ, ກ່ອນ​ຈະ​ມາ​ຖືກ​ເຈົ້າໜ້າທີ່​ຈັບ​ຕົວ​ມາດຳ​ເນີນ​ຄະດີ.

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...