Homeຂ່າວນໍ້າຖ້ວມໄຟຟ້າອຸດົມໄຊ ເລັ່ງຕິດຕັ້ງ ແລະ ສ້ອມແປງຢ່າງຮີບດ່ວນ ຫຼັງກະທົບໜັກຈາກນ້ຳຖ້ວມ

ໄຟຟ້າອຸດົມໄຊ ເລັ່ງຕິດຕັ້ງ ແລະ ສ້ອມແປງຢ່າງຮີບດ່ວນ ຫຼັງກະທົບໜັກຈາກນ້ຳຖ້ວມ

Published on

ໃນລະຫວ່າງວັນທີ 6-9 ສິງຫາ 2017 ນີ້ ເຈົ້າທີ່ໄຟຟ້າສາຂາແຂວງອຸດົມໄຊ ຮີບຮ້ອນສ້ອມແປງ ແລະ ປົວແປງເສົາໄຟຟ້າລົ້ມຈໍານວນຫລາຍ ພາຍຫລັງນໍ້າຖ້ວມແຮງຈາກອິດທິພົນຝົນຕົກ ຫນັກໃນວັນທີ 5 ສິງຫາ 2017 ຢູ່ແຂວງອຸດົມໄຊເຮັດໃຫ້ເສົາໄຟຟ້າລົ້ມ ແລະ ​ປະ​ຊາ​ຊົນ​ບໍ່ມີ​ໄຟ​ຟ້າ​ໃຊ້.

ປັດຈຸບັນ ພະ​ນັກ​ງານໄດ້​ສຸມ​ທຸກ​ກຳ​ລັງ​ແກ້​ໄຂ​ຢ່າງ​ເລັ່ງ​ດ່ວນ​ ເພື່ອ​ໃຫ້​ສາ​ມາດ​ກູ້​ລະ​ບົບ​ໄຟ​ຟ້າ​ກັບ​ຄືນ​ພ້ອມ​ທັງ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ​ແລະ​ ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ເອົາ​ຈິງ​ເອົາ​ຈັງ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...