spot_img
Homeຂ່າວເຫດການສະເຫລີມສະຫລອງ ວັນສ້າງຕັ້ງອົງການກວດສອບແຫ່ງລັດ ຄົບຮອບ 19 ປີ

ສະເຫລີມສະຫລອງ ວັນສ້າງຕັ້ງອົງການກວດສອບແຫ່ງລັດ ຄົບຮອບ 19 ປີ

Published on

ຂປລ. ​ໃນວັນທີ ສິງຫາ ທີ່ຫ້ອງປະຊຸມໃຫຍ່ ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ ອົງການກວດສອບແຫ່ງລັດ ຄົບຮອບ19 ປີ (ວັນທີ ສິງຫາ 1998-5 ສິງຫາ 2017), ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ຄະນະເລຂາທິການ ສູນກາງພັກ, ຮອງປະທານສະພາແຫ່ງຊາດເຂົ້າຮ່ວມເປັນຄະນະປະທານໃນຄັ້ງນີ້ ມີ ທ່ານ ນາງ ວຽງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ, ປະທານອົງການກວດສອບແຫ່ງລັດພ້ອມ​ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພິທີດັ່ງກ່າວ, ໄດ້ຮັບຟັງການຫວນຄືນປະຫວັດການກຳເນີດ ແລະ ຄວາມເຕີບໃຫຍ່ຂະຫຍາຍຕົວ ຂອງອົງການກວດສອບແຫ່ງລັດ ຄົບຮອບ 19ປີຊຶ່ງອົງການກວດສອບແຫ່ງລັດ ປະຕິບັດໜ້າທີ່ ກວດສອບງົບປະມານແຫ່ງລັດ ຂອງບັນດາກະຊວງອົງການແຂວງນະຄອນຫລວງຫົວໜ່ວຍທຸລະກິດລັດທະນາຄານແຫ່ງລັດທະນາຄານທຸລະກິດລັດຫົວໜ່ວຍທີ່ບໍ່ ສະແຫວງຫາຜົນກຳໄລໂຄງການເງິນກູ້ຢືມ ແລະ ຊ່ວຍເຫລືອຈາກຕ່າງປະເທດ. ວຽກງານກວດສອບແຫ່ງລັດ ໄດ້ມີການຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບໄດ້ຂະຫຍາຍກວ້າງ ແລະ ເພີ່ມຈຳນວນເປົ້າໝາຍ ກວດສອບຂຶ້ນໃນທຸກໆປີເນື້ອໃນການກວດສອບໄດ້ມີການພັດທະນາຮູບແບບວິທີການບໍລິມາດໜ້າວຽກ ແລະ ການລົງເລິກການກວດສອບຊຶ່ງສາມາດສັງລວມ ການດຳເນີນການເຄື່ອນໄຫວ ການກວດສອບໄດ້ທັງໝົດ 612 ເທື່ອໃນນັ້ນກວດສອບບົດສະຫລຸບ ຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ຢູ່ບັນດາກະຊວງອົງການບັນດາແຂວງ ແລະ ນະຄອນຫລວງຈຳ ນວນ 383 ເທື່ອກວດສອບທະນາຄານຈຳນວນ 25 ເທື່ອກວດສອບວິສາຫະກິດຈຳນວນ 72 ເທື່ອກວດສອບໂຄງການ ເງິນກູ້ຢືມ ແລະ ຊ່ວຍເຫລືອ ຈາກຕ່າງປະເທດໄດ້ຈຳນວນ 113 ເທື່ອກວດສອບສ້າງຄວາມເຂັ້ມແຂງ ລວມມີກວດສອບກອງທຶນສາກົນ ເພື່ອການພັດທະນາ ເປົ້າໝາຍເຂົ້າຮ່ວມ ໃນຄະນະກຳມະການກວດສອບງົບປະມານ ກອງເລຂາອາຊຽນ ຈຳນວນ ເປົ້າໝາຍເຂົ້າຮ່ວມກວດສອບແລກປ່ຽນບົດຮຽນ ຢູ່ອົງການກວດສອບແຫ່ງລັດ ສສ ຫວຽດນາມ ຈຳນວນ ເປົ້າໝາຍ. ໃນການພົວພັນ ແລະ ຮ່ວມມືກັບສາກົນ ອົງການກວດສອບແຫ່ງລັດ ເປັນສະມາຊິກຂອງສະຖາບັນກວດສອບສູງສຸດ ສາກົນ (INTOSAI), ສະຖາບັນກວດສອບສູງສຸດອາຊີ ASSOSAI, ເປັນ ສະມາຊິກຂອງສະຖາບັນກວດສອບສູງສຸດ ອາຊີຕາເວັນອອກສຽງໃຕ້ ASEANSAI ຊຶ່ງໃນເດືອນພະຈິກ 2017 ຈະມາເຖິງນີ້ ອົງການກວດສອບແຫ່ງລັດ ຈະເປັນເຈົ້າພາບ (ASEANSAI) ຈັດກອງປະຊຸມວຽກງານກວດສອບອາຊຽນ.

ໃນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ພົນໂທ ແສງນວນ ໄຊຍະລາດ ໄດ້ໃຫ້ທິດຊີ້ນຳແຕ່ລະດ້ານ ເປັນຕົ້ນເອົາໃຈໃສ່ວຽກງານ ສຶກສາອົບຮົມແນວຄິດການເມືອງ ໃຫ້ພະນັກງານສ້າງ ຄວາມໜັກແໜ້ນມີຄວາມເປັນເອກະພາບສາມັກຄີຮັກແພງຊ່ວຍເຫລືອ ແລະ ເຊື່ອໝັ້ນ ຊຶ່ງກັນ ແລະ ກັນ ຕັ້ງໜ້າສືບຕໍ່ປັບປຸງອົງຄະນະພັກ ອົງການກວດສອບແຫ່ງລັດ ໃຫ້ມີຄວາມປອດໃສໜັກແໜ້ນເຂັ້ມແຂງ ແລະ ປັບປຸງກົງຈັກການຈັດຕັ້ງສ້າງ ແລະ ປັບປຸງ ນິຕິກຳລຸ່ມກົດໝາຍປະຕິບັດ ວຽກງານວິຊາສະເພາະ ກວດສອບຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງສ້າງທັດສະນະຂອງພະນັກງານ-ນັກກວດສອບ ໃຫ້ມີຈັນຍາບັນທີ່ຖືກຕ້ອງ ແລະ ປະຕິບັດຫລັກການເຄື່ອນໄຫວ ຕາມມາດຕະຖານການກວດສອບແຫ່ງລັດຖືສຳຄັນວຽກງານ ການປະ ສານສົມທົບ ກັບສະພາແຫ່ງຊາດກົງຈັກທີ່ຄຸ້ມຄອງງົບປະມານແຫ່ງລັດ ແລະ ຄົ້ນຄວ້າກົນໄກ ການແກ້ໄຂການລະເມີດວິໄນ ແຜນການ-ການເງິນ ໃຫ້ມີຄວາມສັກສິດກວ່າເກົ່າ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...