spot_img
Homeຂ່າວພາຍ​ໃນທ່ານ ສອນ​ໄຊ ສີ​ພັນ​ດອນ ​ໃຫ້ຂວັນກຳລັງໃຈທີມບານເຕະ ຊຸດຊີເກມ

ທ່ານ ສອນ​ໄຊ ສີ​ພັນ​ດອນ ​ໃຫ້ຂວັນກຳລັງໃຈທີມບານເຕະ ຊຸດຊີເກມ

Published on

ເພື່ອເປັນການໃຫ້ຂວັນ ແລະ ກຳລັງໃຈ ແກ່ຄະນະຮັບຜິດຊອບ ແລະ ນັກກີລາບານເຕະ ທີມຊາດລາວ ຊຸດຊີເກມ. ດັ່ງນັ້ນ, ໃນຕອນແລງຂອງ​ວັນ​ທີ 04 ສິງຫາ 2017 ທ່ານ ສອນ​ໄຊ​ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ຄະນະ ​ໄດ້​ໄປ​​ຢ້ຽມຢາມ ​ແລະ ​ພົບປະຄະນະນັກກີລາດັ່ງກ່າວ ທີ່ສະຫະພັນບານເຕະແຫ່ງຊາດລາວ(ຫ້ວຍຫົງ) ​ເຊິ່ງມີຄະນະນຳຈາກກະຊວງສຶກສາທິການ ແລະ ກີລາ, ປະທານ ແລະ ຄະນະ ໃນສະຫະພັນບານເຕະແຫ່ງຊາດລາວ. ພ້ອມດ້ວຍຄະນະຄູຝຶກ ແລະ ນັກກີລາບານເຕະ ຊູດຊີເກມ ​ໃຫ້ການ​ຕ້ອນຮັບ​.

​ທີມຊາດລາວ ຊຸດຊີເກມ ໄດ້ເລີ່ມຄັດເລືອກນັກກີລາຈຳນວນ 20 ຄົນ ແລະ ເກັບຕົວຝຶກຊ້ອມ ຕັ້ງແຕ່ເດືອນພຶດສະພາ 2017 ທີ່ຜ່ານມາ ໂດຍການຄຸມທີມຂອງຫົວໜ້າຄູຝຶກ ຈາກປະເທດສິງກະໂປ ແລະ ຄະນະອີກ 4 ທ່ານ. ໃນໄລຍະຜ່ານມາ ທີມຊຸດນີ້ ໄດ້ທຳການແຂ່ງຂັນໄປແລ້ວ 1ລາຍການ ຄື: ບານເຕະຊີງແຊັມອາຊີ ລຸ້ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກ ໃນລະຫວ່າງວັນທີ 19-23 ກໍລະກົດ 2017 ທີ່ ສປປ ເກົາຫຼີ ຊຶ່ງຢູ່ສາຍດຽວກັບເຈົ້າພາບ ສປປ ເກົາຫຼີ, ຮົງກົງ ແລະ ໄຕ້ຫວັນ ຜົນປາກົດວ່າ: ຊະນະ 1 ນັດ, ສະເໝີ 1 ນັດ ແລະ ເສຍ 1 ນັດ. ປະຈຸບັນ, ໄດສືບຕໍ່້ເກັບຕົວຝຶກຊ້ອມ ຢ່າງເປັນປົກກະຕິ ແລະ ໄດ້ລົງແຂ່ງຂັນມິດຕະພາບ ທັງພາຍໃນ ແລະ ຕ່າງປະເທດ ສາມາດຖອດຖອນບົດຮຽນ, ເສີມຈຸດດີ-ແກ້ໄຂຈຸດອ່ອນ ແລະ ມີຜົນການແຂ່ງຂັນ ທີ່ໜ້າເພິ່ງພໍໃຈ. ທີມຊາດຊີເກມຊຸດນີ້ ຍັງຈະໄດ້ເດີນທາງໄປເກັບຕົວ ແລະ ແຂ່ງຂັນມິດຕະພາບຕື່ມອີກ ທີ່ຣາຊະອານາຈັກໄທ ໃນລະຫວ່າງວັນທີ 07-12 ສິງຫາ 2017 ແລະ ເດີນທາງຕໍ່ໄປປະເທດມາເລເຊຍ ເພື່ອເຂົ້າຮ່ວມມະຫາກຳກີລາຊີເກມ ຄັ້ງທີ 29 ທີ່ເມືອງຫຼວງກົວລາລຳເປີ ໂດຍຈັດຢູ່ສາຍເອ ຊຶ່ງຈະພົບກັບມຽນມາ 16 ສິງຫາ, ສິງກະໂປ 18 ສິງຫາ, ບຣູໄນ 21 ສິງຫາ ແລະ ພົບເຈົ້າພາບມາເລເຊຍ ໃນວັນທີ 23 ສິງຫາ 2017.

​​ໂອກາດ​ນີ້, ທ່ານ ສອນ​ໄຊ ສີ​ພັນ​ດອນ ກໍ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່ບັນດາຜົນງານ ທີ່ນັກກີລາພວກເຮົາ ສາມາດຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມນີ້, ກໍ່ຍົກໃຫ້ເຫັນ ໄລຍະແຫ່ງການພັດທະນາ ຂອງສະຫະພັນບານເຕະແຫ່ງຊາດລາວ ແລະ ຄວາມພະຍາຍາມ ໃນການລະດົມທຶນຮອນ ເພື່ອປັບປຸງພື້ນຖານໂຄງລ່າງດ້ານກີລາ ແລະ ຍົກລະດັບນັກກີລາລາວ ໄປສູ່ຄຸນນະພາບໃໝ່. ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ຄະນະນັກກີລາ ຕ້ອງເອົາໃຈໃສ່ຕໍ່ລະບຽບວິໄນ ເພື່ອຮັກສາສຸຂະພາບໃຫ້ສົມບູນ ມີຄວາມພ້ອມຕໍ່ການລົງແຂ່ງຂັນ, ມີສະຕິຕໍ່ການປະຕິບັດລະບຽບຂອງສາກົນ, ມີຄວາມສາມັກຄີ ແຂ່ງຂັນຢ່າງເປັນລະບົບ ແລະ ເປັນທີມ, ພະຍາຍາມຄວາມຄຸມສະຕິອາລົມ ມີນ້ຳໃຈນັກກີລາ, ຕ້ອງມີການໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ, ພະຍາຍາມບໍ່ໃຫ້ເກີດບັນຫາການລົ້ມບານ ເພື່ອກຽດສັກສີຂອງ ສປປ ລາວ ແລະ ພ້ອມກັນນຳເອົາຊື່ສຽງ ມາສູ່ປະຊາຊົນ ແລະ ຊາດລາວເຮົາ. ນອກຈາກນີ້, ທາງສະຫະ ພັນບານເຕະ ຍັງຈະໄດລະດົມ ແລະ ້ມອບນະໂຍບາຍ ໃຫ້ທີມນັກກີລາບານເຕະຊຸດນີ້ ປະມານ 1 ຕື້ກີບ ຖ້າສາມາດຢ່າງໜ້ອຍເຂົ້າໄປໄດ້ໃນຮອບ 4 ທີມສຸດທ້າຍ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...