spot_img
Homeມຸມຂ່າວ AECຈີນຮຽກຮ້ອງໃຫ້ມີການເຈລະຈາ 6 ຝ່າຍເລື່ອງແຫລມມະຫາສຸດເກົາຫຼີເໜືອ

ຈີນຮຽກຮ້ອງໃຫ້ມີການເຈລະຈາ 6 ຝ່າຍເລື່ອງແຫລມມະຫາສຸດເກົາຫຼີເໜືອ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນິລາ ປະເທດ ຟິລິບປິນເມື່ອວັນທີ 6 ສິງຫານີ້ວ່າ ກະຊວງການຕ່າງປະເທດຈີນ ເຜີຍແຜ່ຖະແຫລງການຂອງທ່ານ ຫວັງອີ້ ເຊິ່ງຢູ່ໃນລະຫວ່າງການເຂົ້າຮ່ວມປະຊຸມອາຊຽນວ່າດ້ວຍຄວາມຮ່ວມມືດ້ານການເມືອງ ແລະ ຄວາມໝັ່ນຄົງໃນພາກພື້ນອາຊີ ແລະ ປາຊີຟິກ ແລະ ການຫາລືລະດັບທະວີພາຕີກັບປະເທດຄູ່ເຈລະຈາ ທີ່ນະຄອນຫຼວງ ມະນິລາ ຮຽກຮ້ອງໃຫ້ຄູ່ກໍລະນີທັງໝົດທີ່ກ່ຽວຂ້ອງກັບສະຖານະການທີ່ແຫລມມະຫາສະໝຸດເກົາຫຼີ ກັບມາເຂົ້າຮ່ວມການເຈລະຈາ 6 ຝ່າຍ ເພື່ອຫາທາງແກ້ໄຂຄວາມເຄັ່ງຮ້ອນຂອງສະຖານະການ

ມີລາຍງານວ່າກຳປູເຈຍສະແດງຄວາມບໍ່ພໍໃຈຕໍ່ເນື້ອຫາກ່ຽວກັບເກົາຫຼີເໜືອ ຖືກແຍກອອກມາເປັນຖະແຫລງການອີກສະບັບໜຶ່ງ ບໍ່ລວມຢູ່ໃນຖະແຫລງການສະບັບດຽວກັນທີ່ມີເນື້ອໃນກ່ຽວຂ້ອງກັບສະຖານະການໃນທະເລ ແຕ່ສະມາຊິກອາຊຽນທັງ 10 ປະເທດຍັງບໍ່ສາມາດຕົກລົງກັນໄດ້ກ່ຽວກັບເນື້ອໃນໃຈຄວາມຫົວຂໍ້ທະເລຈີນໃຕ້ ສົ່ງຜົນໃຫ້ການປະຊຸມເມື່ອວັນເສົາທີ່ຜ່ານມາ ຕ້ອງຢຸດຕິໂດຍບໍ່ມີຂໍ້ສະຫລຸບເລື່ອງດັ່ງກ່າວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...