Homeຂ່າວພາຍ​ໃນMMG-ອົດສະຕຣາລີ ຮ່ວມສົ່ງເສີມປູກໝາກ ກ້ຽງເປັນສິນຄ້າ ແກ່ຊຸມຊົນ

MMG-ອົດສະຕຣາລີ ຮ່ວມສົ່ງເສີມປູກໝາກ ກ້ຽງເປັນສິນຄ້າ ແກ່ຊຸມຊົນ

Published on

​ເມື່ອ​ບໍ່ດົນ​ມາ​ນີ້, ບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ-ບໍ່ຄໍາ-ທອງເຊໂປນ(MMG) ​ແລະ ລັດຖະບານອົດສະຕຣາລີ ​ໄດ້​ຈັດ​ພິທີ​ມອບ-​ຮັບ ​ໂຄງການ​ກໍ່ສ້າງ ​ແລະ ຂະຫຍາຍ​ລະບົບນ້ຳ​ລິນ, ມູນ​ຄ່າ 24 ພັນ​ກວ່າ​ໂດ​ລາ​ສະຫະລັດ ເພື່ອ​ສະໜອງນ້ຳຮັບໃຊ້ເຂົ້າ ໃນໂຄງການປູກໝາກກ້ຽງ ຂອງປະຊາຊົນ ບ້ານນາຫອຍ ເມືອງວິລະບູລີ ແຂວງສະຫວັນນະເຂດ ​​ເຊິ່ງ​ເປັນ​ຊຸມ​ຊົນ​ອ້ອມ​ຂ້າງ​ບໍ່ຄຳ-​ທອງ ​ເຊ​ໂປ​ນ. ການ​ຮ່ວມ​ມື​ດັ່ງ​ກ່າວນີ້ ຈະ​ຊ່ວຍ​ເສີມ​ສ້າງ​ດ້ານ​ການ​ປະ​ຕິ​ບັດ​ໂຄງ​ການ​ ພັດ​ທະ​ນາ​ສັງ​ຄົມ​ຂອງ MMG ​ໃຫ້ສອດ​ຄ່ອງ​ກັບເປົ້າ​ໝາຍ ​ກາ​ນ​ພັດ​ທ​ະ​ນາ​ແບບ​ຍືນ​ຍົງ​ ​ແລະ ​​ສ້າງ​ໂອ​ກາດ​ ໃນ​ການ​ຮັບ​ປະ​ກັນ​ລາຍ​ຮັບ​​ໃຫ້​ສູງ​ຂຶ້ນ​​ແກ່​ຊາວ​ກະ​ສິ​ການ​ທ້ອງ​ຖິ່ນ​.

ທ່ານ ຈອນ ວິນລຽມ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ກ່າວວ່າ: ປະ​ເທດອົດສະຕຣາລີ ລວມທັງຕົນ​ເອງ ມີຄວາມພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້ມອບລະບົບນໍ້າ​ລິນ ເພື່ອຜົນປະໂຫຍດໂດຍກົງ ຂອງ ຊາວກະຊິກອນຜູ້​ປູກໝາກກ້ຽງບ້ານນາຫອຍ. ການຊ່ວຍ​ເຫລືອ​​ແກ່ຊາວບ້ານອ້ອມ​ຂ້າງ​ບໍ່ຄຳ-​ທອງ​ເຊ​ໂປ​ນ ​ເພື່ອ​ເປັນ ແຮງບັນດານໃຈ​ໃຫ້​ເຂົາ​ເຈົ້າ  ​ໄດ້​ມີ​ໂອກາດ​ຜະລິດ​ເປັນ​ສິນຄ້າ ສ້າງ​ລາຍ​ຮັບ​ເຂົ້າ​ຄອບຄົວ​ນັບ​ມື້​ຫລາຍ​ຂຶ້ນ. ທາງ​ດ້ານ ທ່ານ ວິບູນ ສິດທິມໍລະດາ ຜູ້ຈັດການພະແນກພົວພັນທຸລະກິດ ແລະ ຊຸມຊົນ ຂອງ MMG ກ່າວຕື່ມວ່າ: ການສະໜອງລະບົບ​ນ້ຳ​ລິນ​ໃຫ້​ຊາວ​ສວນ​ເທື່ອ​ນີ້ ​ແມ່ນສອດຄ່ອງກັບແຜນງານ ການພັດທະນາສັງຄົມຂອງ​ບໍ​ລິ​ສັດ​​ ເຊິ່ງໄດ້ສຸມ ໃສ່ ໂຄງການຜະລິດກະສິກໍາໃຫ້ເປັນສິນຄ້າ ເພື່ອຮັບປະກັນລາຍ​ໄດ້ ທີ່ໝັ້ນຄົງ. ໂຄງການຜະລິດ ກະສິກໍາໃຫ້ເປັນສິນຄ້ານີ້ ແມ່ນການເຮັດວຽກຮ່ວມກັບ ອົງການຈັດ​ຕັ້ງສາກົນ ແລະ ບໍລິສັດຕ່າງ ປະເທດ ເພື່ອສ້າງການສະຫນອງແບບຕ່ອງໂສ້ ໃນຊຸມຊົນທີ່ມີລາຍຮັບຕໍ່າ ແລະ ເພື່ອສ້າງໂອກາດ ໃນການມີວຽກເຮັດງານທໍາ ຂອງຊຸມຊົນທ້ອງຖິ່ນ.

​ໃນ​ປີ 2015 ບໍລິສັດ MMG ໄດ້ສະໜັບ​ສະ​ໜູນ​ເບ້ຍໝາກກ້ຽງ​ເກືອບ 1.000 ຕົ້ນ ໃຫ້ແກ່ຊາວສວນ 12 ຄອບຄົວຂອງບ້ານນາຫອຍ ໄດ້ປູກທົດລອງເບື້ອງຕົ້ນ ໃນ​ເນື້ອ​ທີ່ປະມານ 5 ​ເຮັກຕາ, ສ່ວນບໍລິສັດ ໄອເຣິນບາກລາວ ສາຂາບໍລິສັດ ໄອເຣິນບາກອົດ​ສະຕຣາລີ ​ກໍໄດ້ສະໜອງ ການຝຶກອົບຮົມ, ອຸປະກອນກ່ຽວ​ຂ້ອງ ແລະ ຊ່ອງ ທາງການພັດ ທະນາຕ່າງໆ ໃຫ້ ແກ່ຊາວສວນ ດັ່ງກ່າວ. ມາ​ຮອດປັດຈຸບັນນີ້ ການປູກຕົ້ນໝາກກ້ຽງມີ​ຈຳ​ນວນ​ທັງ​ໝົດ 12.275 ຕົ້ນ ຂອງປະຊາຊົນ 33 ຄອບຄົວ ​ແລະ ມີ​ແຜນ​ຈະ​ຂະຫຍາຍ​​ເນື້ອ​ທີ່​ຕື່ມ​ອີກ​ໃຫ້​​ເປັນ 12 ເຮັກຕາ. ໃນ​ຂະ​ນະ​ດຽວ​ກັນ ກໍຍັງມີປະຊາຊົນຫລາຍຄອບຄົວ ຈາກບ້ານອ້ອມຂ້າງ ໄດ້ສະແດງຄວາມສົນໃຈ ຢາກ​ເຂົ້າຮ່ວມໂຄງການ ດັ່ງ​ກ່າວ ​ເຊິ່ງທາງ​ບໍ​ລິ​ສັດ​ໄອ​ເຣິນ​ບາກລາວ ກໍໄດ້ກະກຽມເບ້ຍໝາກກ້ຽງ​ກວ່າ 20.000 ຕົ້ນ ເພື່ອສະໜອງ​ໃຫ້​ຊຸມ​ຊົນປູກ ໃນປີ 2018.

 

ຂ່າວໂດຍ: ຣາຊະ​ວົງ (ສຳນັກຂ່າວປະເທດລາວ)

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...