spot_img
Homeຂ່າວຕ່າງປະເທດນາຍົກຣັດເຊຍລະບຸ ການຂວ້ຳບາດຊຸດໃໝ່ຂອງອາເມຣິກາ ເປັນການປະກາດສົງຄາມເສດຖະກິດເຕັມຮູບແບບ

ນາຍົກຣັດເຊຍລະບຸ ການຂວ້ຳບາດຊຸດໃໝ່ຂອງອາເມຣິກາ ເປັນການປະກາດສົງຄາມເສດຖະກິດເຕັມຮູບແບບ

Published on

ສຳນັກຂ່າວເອເອບພີ ລາຍງານໃນວັນທີ 3 ສິງຫານີ້ວ່າ ທ່ານ ດິມິທຣີ ເມດເວເດບ ນາຍົກລັດຖະມົນຕີຣັດເຊຍ ໄດ້ວິຈານມາດຕະການຂວ້ຳບາດຂອງອາເມຣິກາ ຕໍ່ກັບຣັດເຊຍໃນຮອບໃໝ່ນີ້ ຖືເປັນການປະກາດເຮັດສົງຄາມເສດຖະກິດກັບຣັດເຊຍ ຢ່າງເຕັມຮູບແບບ ພ້ອມທັງໄດ້ລະບຸອີກວ່າ ມາດຕະການດັ່ງກ່າວ ໄດ້ທຳລາຍຄວາມຫວັງທີ່ຈະຟື້ນຟູຄວາມສຳພັນ ກັບລັດຖະບານອາເມຣິກາຊຸດໃໝ່ ອີກທັງຍັງສະແດງໃຫ້ເຫັນເຖິງຄວາມອ່ອນແອຂອງ ປະທານາທິບໍດີ ໂດນັນ ທຣັມ ອີກດ້ວຍ.

ທັງນີ້, ສະພາຜູ້ແທນປະຊາຊົນ ສະຫະລັດອາເມຣິກາ ໄດ້ລົງມະຕິຮັບຮອງເອົາຮ່າງກົດໝາຍ ຊຶ່ງມີມາດຕະການຕໍ່ຕ້ານເກົາຫລີເໜືອ ແລະ ອີຣ່ານ ໂດຍມີຈຸດມຸ່ງໝາຍໃສ່ພາກພະລັງງານຂອງຣັດເຊຍ ສົ່ງຜົນເຮັດໃຫ້ລັດຖະບານອາເມຣິກາ ສາມາດຂວ້ຳບາດກັບບໍລິສັດທີ່ກ່ຽວຂ້ອງກັບການພັດທະນາທໍ່ສົ່ງອາຍແກັສຣັດເຊຍ ແລະ ຍັງຕັ້ງຂໍ້ຈຳກັດຕ່າງໆ ຕໍ່ກັບຜູ້ສົ່ງອອກອາວຸດຣັດເຊຍ.

 

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...