Homeຂ່າວທ້ອງຖິ່ນສາທາລະນະສຸກແຂວງຄຳມ່ວນ ສ້າງນັກສຶກສາວິຊາຊີບ ສາຂາແພດບ້ານ ສຳເລັດ 25 ຄົນ

ສາທາລະນະສຸກແຂວງຄຳມ່ວນ ສ້າງນັກສຶກສາວິຊາຊີບ ສາຂາແພດບ້ານ ສຳເລັດ 25 ຄົນ

Published on

ຂປລ. ນັກ​ສຶກສາ​ໂຮງຮຽນສາທາລະນະ​ສຸກ ​ແຂວງ​ຄຳ​ມ່ວນ ຈຳນວນ 25 ຄົນ, ຍິງ 16 ຄົນ ​ສຳ​ລັດການຈັດ​ຕັ້ງ​ປະຕິບັດ ການ​ຮຽນ-ການ​ສອນ ຫລັກສູດ​ປະກາສະ​ນີຍະ​ບັດ​ວິຊາ​ຊີບ​ຂັ້ນ 1 ສາຂາ​ແພດ​ບ້ານ ​ໂດຍ​ໄດ້​ຈັດ​ພິທີ​ມອບ​-ຮັບ​ໃບ​ປະກາສະນີຍະບັດ ​ໃນ​ວັນ​ທີ 1 ສິງຫາ 2017 ​ເຊິ່ງມອບ​ໂດຍ ​ທ່ານ ພາ​ສຸກ ຄຳ​ມະນີ​ທອງ ຮອງ​ຫົວໜ້າພະ​ແນ​ກສາທາລະນະ​ສຸກ ​ແຂວງ​ຄຳ​ມ່ວນ.

ການຈັດ​ຕັ້ງ​ປະຕິບັດ ການ​ຮຽນ–ການ​ສອນ ຫລັກສູດ​ປະກາສະ​ນິຍະ​ບັດ​ ວິຊາ​ຊີບ​ຂັ້ນ 1 ສາຂາ​ແພດ​ບ້ານ ​ແມ່ນ​ໃຊ້​ເວລາ​ໃນ​ການ​ຮຽນ–ການ​ສອນ 6 ​ເດືອນ, ​ແບ່ງ​ອອກ​​ເປັນ​ສອງ​ພາກຮຽນ, ປະກອບ​ມີ 16 ໜ່ວຍກິດ ​ໃນ​ນັ້ນ​ມີ​ພາກ​ປະຕິບັດ 8 ໜ່ວຍກິດ ​ເທົ່າ​ກັບ 384 ຊົ່ວ​ໂມງ ​ແລະ ພາກ​ທິດ​ສະ​ດີ 8 ໜ່ວຍກິດ ​ເທົ່າ​ກັບ 160 ຊົ່ວ​ໂມງ. ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ ການ​ຮຽນ–ການ​ສອນ ສຳ​ເລັດ​ທັງ​ພາກ​ທິດ​ສະ​ດີ ​ແລະ ​ໄດ້​ລົງພາກ​ປະຕິບັດ​ຕົວ​ຈິງ​ຢູ່​ໂຮງໝໍ  ​ແລະ ​ໄດ້​ມີ​ການ​ສອບ​ເສັງເອົາ​ປະກາສະ​ນີຍະ​ບັດ. ຜ່ານ​ການ​ສອບ​ເສັງ​ເຫັນ​ວ່າ​ ນັກ​ສຶກສາ​ຈໍານ​ວນດັ່ງກ່າວ​ ແມ່ນ​ເສັງ​ຜ່ານ​ໝົດ​ທຸກ​ວິຊາ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...