spot_img
HomeBaby-ແມ່ແລະເດັກອັດຕາສະເລັ່ຍ ເດັກນ້ອຍລາວ 96% ກິນນົມແມ່

ອັດຕາສະເລັ່ຍ ເດັກນ້ອຍລາວ 96% ກິນນົມແມ່

Published on

ກະຊວງສາທາລະນະສຸກ ຢືນຢັນວ່າ: ອັດຕາສະເລັ່ຍ ຂອງເດັກນ້ອຍລາວ ປະມານ 96% ທົ່ວປະເທດ ແມ່ນກິນນົມແມ່ ຂະນະທີ່​ເດັກນ້ອຍ​ກິ​ນນໍ້ານົມ​ແມ່​ ຈະ​ຊ່ວຍ​ເຮັດ​ໃຫ້​ເຂົາ​ເຈົ້າ​ສະຫລາດ ​ແລະ ມີ​ພູມ​ຄຸ້ມ​ກັນ​ພະຍາດ​ຕ່າງໆ​ໄດ້.

ກອງປະຊຸມໂຄສະນາ ສັບປະດາສາກົນ ຂອງການລ້ຽງລູກ ດ້ວຍນ້ຳນົມແມ່ (1-7ສິງຫາ) ຮ່ວມແຮງຮ່ວມໃຈ ເຮັດໃຫ້ການລ້ຽງລູກ ດ້ວຍນົມແມ່ຍືນຍົງ ຈັດຂຶ້ນໃນວັນທີ 28 ກໍລະກົດ 2017 ທີ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ ເພື່ອ​ໂຄ​ສະນາ​ໃຫ້​ສັງຄົມ​​ ເຫັນຄວາມ​ສຳຄັນ​ ຂອງ​ການ​ລ້ຽງລູກ​ດ້ວຍ​ນ້ຳມົນ​ແມ່ ​​ແລະ ຫລຸດ​ຈຳນວນ​ການລ້ຽງ​ລູກ​ດ້ວຍ​ນົມຜົງ ​ເພື່ອ​ຫລຸດຜ່ອນ​ ການ​ຂາດ​ສານ​ອາຫານ ​ແລະ ປັບປຸງ​ໂພຊະ​ນາ​ການ​ເດັກ​ໃຫ້​ດີ​ຂຶ້ນ.​ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຮອງຫົວໜ້າກົມສື່ມວນຊົນ ກະຊວງ​ຖະ​ແຫລ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ຫົວໜ້າພະແນກສາທາ ແລະ ໂພສະນາການ ປະຈຳ​ອົງການ ຢູນິເຊບ ​ແລະ  ທ່ານ ນາງ ຄຳເສັງ ພິລາວົງ ຮອງຫົວໜ້າ ສູນໂພຊະນາ ກະຊວງ​ສາທາລະນະ​ສຸກ ພ້ອມ​ດ້ວຍ​ສື່​ມວນ​ຊົນ​ເຂົ້າ​ຮ່ວມ.

ທ່ານ ນາງ ຄຳເສັງ ພິລາວົງ ໄດ້ເຜີຍໃຫ້ຮູ້ເຖິງຜົນດີ ຂອງການລ້ຽງລູກດ້ວຍນົມແມ່ ແລະ ຄຳແນະນຳກ່ຽວກັບ ການລ້ຽງລູກດ້ວຍນົມແມ່ຢ່າງດຽວ ເຊິ່ງໄດ້​ແນະນຳ​ວ່າ​ຄວນ ເອົາລູກດູດນົມແມ່ທັນທີ ຫລື ພາຍໃນ 1 ຊົ່ວໂມງຫລັງເກີດ ເຊິ່ງປັດຈຸບັນ ແມ່ຍິງລາວລ້ຽງລູກດ້ວຍນ້ຳນົມແມ່ມີ 96%,​​ ແຕ່​ມີ​ພຽງ 39% ແມ່ນເອົາລູກດູດນົມແມ່ ພາຍໃນ 1 ຊົ່ວໂມງຫລັງເກີດ, 40% ​ແມ່ນ​ລ້ຽງລູກ​ດ້ວຍນົມ​ແມ່​ຢ່າງ​ດຽວ ​ແຕ່​ມື້​ເກີດ​ຮອດ​ອາຍຸ 6 ​ເດືອນ, 73% ​ແມ່ນ​ສືບ​ຕໍ່ລ້ຽງລູກດ້ວຍນົມແມ່ ຮອດ​ອາຍຸ 1 ປີ ​ແລະ 40% ​ແມ່ນ​ສືບ​ຕໍ່​ລ້ຽງລູກ​ດ້ວຍ​ນົມ​ແມ່ ​ຮອດ​ອາຍຸ 2 ປີ ​ເຖິງ​ແນວ​ໃດ​ກໍ​ດີ ອັດຕາ​ການ​ລ້ຽງລູກ​ດ້ວຍນົມ​ແມ່ ​ໃນ​ສປປ ລາວ ຍັງ​ຖື​ວ່າຢູ່​ໃນ​ລະດັບ ​ຕ່ຳ​ກວ່າ​ເປົ້າໝາຍ ທີ່​ວ່າງ​ໄວ້​ເພື່ອ​ສະໜັບ ສະໜູນ ຊ່ວຍ​ເຫລືອ​ແມ່ ​ໃຫ້​ໄດ້​ລ້ຽງລູກ​ດ້ວຍ​ນ້ຳນົມ​ແມ່​ຢ່າງ​ດຽວ ຮອດ​ອາຍຸ 6 ​ເດືອນ ​ແລະ ສືບ​ຕໍ່​ລ້ຽງລູກ​ດ້ວຍ​ນົມ​ແມ່​ ຈົນ​ຮອດ 2 ປີ ຫລື ຫລາຍ​ກວ່າ​ນັ້ນ ສປປ ລາວ ​ໄດ້​ມີ​ກົດໝາຍ​ແຮງ​ງານ ​ໃຫ້​ແມ່ຍິງ ທັງ​ພັກ​ລັດ ​ແລະ ​ເອກ​ກະ​ຊົນ ລາ​ພັກ ​ເກີດ​ລູກ​​ເພີ່ມ​ຂຶ້ນ​ເປັນ 105 ວັນ ພ້ອມ​ເງິນ​ເດືອນ​ເຕັມ ຈາກ​ແຕ່​ກ່ອນ​ມີ​ພຽງ 90 ວັນ, ​ແລະ ​ແມ່ລູກອ່ອນ ​ສາມາດ​ພັກ​ການ​ໄດ້ວັນ​ລະ 1 ຊົ່ວ​ໂມງ​ ເພື່ອ​ໃຫ້​ລູກ​ກິນ​ນ້ຳນົມ​ແມ່ ​ເຊິ່ງຕໍ່​ມາ​​ໄດ້​ມີກົດໝາຍສຳລັບລັດຖະກອນ ​ທີ່​ສາມາດໃຫ້​ແມ່ຍິງ​ລາ​ພັກ​ ໄດ້​ຮອດ 5 ​ເດືອນ​ເຕັມ ພ້ອມ​ເງິນ​ເດືອນ​ເຕັມ  ນອກ​ນັ້ນ​ ຍັງ​ຮຽກຮ້ອງ​ໃຫ້​ອົງການຈັດ​ຕັ້ງ​ຕ່າງໆ ຈັດ​ຫ້ອງ​​ໃຫ້ນົມ​ ສຳລັບ​ແມ່ລູກອ່ອນ ທີ່​ສາມາດ​ເອົາ​ລູກ​ກິນ​ນົມ​ແມ່ ຫລື​ ບີບ​ນ້ຳນົມ​ແມ່​ໄວ້​ໃຫ້​ລູກ​ກິນ.

ທ່ານ ນາງ ຄຳເສັງ ພິລາວົງ ຍັງ​ກ່າວ​ຕື່ມ​ອີກ​ວ່າ: ນໍ້ານົມ​ແມ່​ແມ່ນ​ອາຫານ​ທີ່​ດີ​ສຸດ ​ສໍາລັບ​ເດັກ, ມີ​ຄຸນ​ປະ​ໂຫຍ​ດມະຫາສານ ​ເຮັດ​ໃຫ້​ເດັກ​ສຸຂະພາບ​ແຂງ​ແຮງ, ມີ​ໂພ​ສະນາ​ການ​ດີ, ມີ​ການຈະ​ເລີ​ນ​ເຕີບ​ໂຕ, ການ​ພັດທະນາ​ຮ່າງກາຍ ​ແລະ ສະໜອງ​ດີ, ​ເຮັດ​ໃຫ້​ເດັກ​ສະຫລາດ ​ຮຽນ​ຮູ້​ໄດ້​ໄວ ​ເພາະວ່ານົມ​ແມ່​ມີ​ສານ​ອາຫານ​ຄົບຖ້ວນ ​ແລະ ຊ່ວຍ​ປົກ​ປ້ອງ​ເດັກ​ຈາກ​ພະຍາດ​ຊືມ​ເຊື້ອ.

 

ຂຽນຂ່າວ: ກິດ​ຕາ.
ພາບປະກອບຂ່າວ: ​ເກດສະໜາ
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...