spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເປີດຮ້ານເກມເປັນສາກບັງຫນ້າເພື່ອຂາຍຢາບ້າ ແຕ່ສຸດທ້າຍຖືກຈັບ

ເປີດຮ້ານເກມເປັນສາກບັງຫນ້າເພື່ອຂາຍຢາບ້າ ແຕ່ສຸດທ້າຍຖືກຈັບ

Published on

ຫວ່າງບໍ່ດົນມານີ້, ເຈົ້າໜ້າທີ່ໝ່ວຍງານຕໍາຫຼວດສະກັດ ກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ໄດ້ສົມທົບກັບ ປກສ ກຸ່ມສີຖານ ແລະ ອຳນາດການປົກຄອງບ້ານຂຸນຕາທົ່ງ ເຂົ້າກວດ ຄົ້ນ ຮ້ານເກມແຫ່ງໜຶ່ງເຂດບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ນະ ຄອນຫຼວງວຽງຈັນ ພ້ອມຈັບຕົວທ້າວ ກິນດາວອນ ອາຍຸ 30 ປີ, ຢູ່ບ້ານ ໜອງປາໄນ ເມືອງສີໂຄດຕະບອງ ພ້ອມຂອງກາງຢາບ້າ 183 ເມັດ ໄປດໍາເນີນຄະດີ.

ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ໄດ້ຮັບລາຍງານວ່າ: ຢູ່ຮ້ານເກມແຫຼ່ງໜຶ່ງເຂດບ້ານຂຸນຕາທົ່ງ ມີຜູ້ລັກລອບເອົາຢາບ້າເຂົ້າໄປຂາຍໃຫ້ບັນດາໄວລຸ້ນທີ່ຫຼິ້ນເກມ ພ້ອມ ທັງມົ້ວສຸມຢູ່ໃນຮ້ານ. ຈາກນັ້ນ, ຈຶ່ງໄດ້ຈັດກໍາລັງເຈົ້າໜ້າທີ່ວິຊາສະ ເພາະລົງຕິດຕາມເຫັນວ່າມີຄວາມຈິງ.

ມາຮອດວັນທີ 13 ກໍລະກົດ 2017, ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນຮ້ານ ເກມດັ່ງກ່າວ. ຜ່ານການກວດຄົ້ນພົບເຫັນທ້າວ ກິນດາວອນ ທໍາທ່າ ມີພິລຸດ ໃນຂະນະທີ່ກໍາລັງຈົກເອົາຢາບ້າໃນຖົງໂສ້ງໄປຖິ້ມ ແຕ່ຖືກເຈົ້າ ໜ້າທີ່ຈັບໄດ້ກ່ອນ. ຈາກນັ້ນ, ກໍຖືກເຈົ້າໜ້າທີ່ນຳໄປສືບສວນ-ສອບ ສວນ ແລະ ດຳເນີນຄະດີຕາມກົດໝາຍ.

 

ແຫລ່ງຂ່າວ: ໜັງສືພິມປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...