spot_img
Homeຍ້ອງຍໍຄົນດີເດັ່ນລາວເຮົາສາມາດຍາດໄດ້ 1 ຫຽຼນເງິນ, 3 ຫຼຽນຄຳ ໃນການແຂ່ງຂັນ ວິທະຍາສາດໂລກ ຄັ້ງທີ 3

ລາວເຮົາສາມາດຍາດໄດ້ 1 ຫຽຼນເງິນ, 3 ຫຼຽນຄຳ ໃນການແຂ່ງຂັນ ວິທະຍາສາດໂລກ ຄັ້ງທີ 3

Published on

ນັກຮຽນລາວ 8 ທີ່ເດີນທາງໄປຮວ່ມການແຂ່ງຂັນ ວິທະຍາສາດໂລກ ຄັ້ງທີ 3 ທີ່ ສ ປ ປ ຈີນ ເປັນເຈົ້າພາບ ຈັດການແຂ່ງຂັນ ນັກສືກສາລາວເຮົາສາມາດຍາດໄດ້ 1 ຫຽຼນເງິນ ໃນຫົວຂໍ້ ” ກະຖີນ”  ແລະ 3 ຫຼຽນຄຳ ໃນຫົວຂໍ້ “ແມງກະບີ້” “ແມງຫີງຫອ້ຍ ” “ໝາກໝັ້ນ”

ການແຂ່ງຂັນດັ່ງກ່າວເລີ່ມແຕ່ ວັນທີ 19 – 25 ກໍລະກົດ 2017 ທີ່ຜ່ານມາ ມີຈຳນວນຄົນເຂົ້າຮວ່ມ 241 ຄົນ ມີ 108 ທີມຈາກ 11 ປະເທດເຂົ້າແຂ່ງຂັນປກອບມີ : ສ ປ ປ ຈີນ (ເຈົ້າພາບ), ສ ປ ປ ລາວ, ສ ສ ຫວຽດນາມ, ໄທ , ຮົງກົງ, ກຳປູເຈຍ, ມາເກົ້າ, ມາເລເຊຍ, ມຽນມາ, ແອັັຟຟຣີກກາ ແລະ  ອາເມລິກາ.

ໃນນັ້ນ ສ ປ ປ ລາວ ໄດ້ສົ່ງນັກສືກສາ ເຂົ້າຮວ່ມ 11 ຄົນ ນຳໂດຍ ທ່ານ ບຸນຕອ້ມ ໄຊດາລາ ຈາກບໍລິສັດ ມາຍມີເດຍ, ທ່ານ ພຸດທະໄຊ ມຸງຄຸນສະຫວັນ ຄູສອນຈາກໂຮງຮຽນ ໄຊຍະບູລີ ແລະ ທ່ານນາງ ສີວິວັນ ແສງຫາລາດ ວິຊາການກົມພາລະ, ສິນລະປະສືກສາ ກະຊວງສືກສາທິການ ແລະ ກິລາ.

ນັກຮຽນປະກອບມີ 8 ຄົນ ນຳໂດຍ: ທ່ານ ເຊັ່ງຄິນ ເເຊ໋ເຕິນ ແລະ ນາງ ນິດທິດາ ແກ້ວແສງທິດ ຈາກໂຮງຮຽນ ມັດທະຍົມສືກສາ ໄຊຍະບູລີ ແຂວງໄຊຍະບູລີ , ນາງສຸພັນສາ ຄີນທະໝອນ ແລະ ທ້າວ ທິດທິພອນ ໂອລິນ ຈາກໂຮງຮຽນ ມັດທະຍົມສືກສາ ທ່າແຂກ ແຂວງ ຄຳມວ່ນ, ນາງ ມຸກດາວັນ ແກ້ວດາວັນ ແລະ ທ້າວ ບຸນລອ້ມ ເຫືຼອຄຳ ຈາກໂຮງຮຽນ ມັດທະຍົມສືກສາ ລາດຄ້າຍ ແຂວງ ຊຽງຂວາງ, ນາງມາລາ ພົມມະສອນ ແລະ ທ້າວ ເອລີຊາ ສີແສງຈັນ ຈາກໂຮງຮຽນ ມັດທະຍົມຈອນປາຍ ພອນສະຫວັນ ແຂວງ ຈຳປາສັກ ເຊິ່ງຜົນງານທີ່ໄດ້ສົ່ງເຂົ້າແຂ່ງຂັນ ໃນຫົວຂໍ້ປະກອບມີ: “ກະຖິນ”, “ແມງກະບີ້”, “ແມງຫີງຫອ້ຍ”, “ໝາກໝັ້ນ”

ທາງທີມງານລາວໂພສຕ໌ ຂໍສະແດງຄວາມຊົມເຊີຍນ້ອງໆພ້ອມທີມງານທີ່ສາມາດຍາດເອົາຜົນງານອັນດີເດັ່ນ ແລະ ທັງສ້າງຊື່ສຽງໃຫ້ກັບປະເທດໃນລະດັບສາກົນ ພວກເຮົາຫວັງວ່າການພັດທະນາຂອງພວກນ້ອງໆຈະບໍ່ຢຸດຢູ່ພຽງເທົ່ານີ້ ແລະ ຫວັງວ່າໜ່ວຍງານທີ່ກ່ຽວຂ້ອງຈະໃຫ້ການສະໜັບສະໜູນແກ່ພວກເຂົາເຫຼົ່ານີ້ໃຫ້ສາມາດຕໍ່ຍອດກ້າວຂຶ້ນໄປໃນຈຸດທີ່ສູງສຸດ.

 

ແຫລ່ງຂ່າວ: muan.la

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...