Homeຂ່າວເຫດການແພດທະຫານຈີນ ເຄື່ອນໄຫວໃຫ້ບໍລິການ ປິ່ນປົວພະຍາດບໍ່ເສຍຄ່າ ຢູ່ໂຮງໝໍ 103 ແລະ ຫລວງນ້ຳທາ

ແພດທະຫານຈີນ ເຄື່ອນໄຫວໃຫ້ບໍລິການ ປິ່ນປົວພະຍາດບໍ່ເສຍຄ່າ ຢູ່ໂຮງໝໍ 103 ແລະ ຫລວງນ້ຳທາ

Published on

ຂປລ. ​ໃນ​ວັນ​ທີ 27 ກໍລະກົດນີ້, ທິມງານ​ການ​ແພດຂະ​ບວນລົດ​ສັນຕິພາບ ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ ໄດ້​ເຄື່ອນ​ໄຫວ​​ໃຫ້​ບໍລິການປິ່ນປົວ​ພະຍາດ​ໂດຍບໍ່​ເສຍ​ຄ່າ ​ໃຫ້ນາຍ ​ແລະ ພົນທະຫານ, ພ້ອມດ້ວຍປະຊາຊົນທົ່ວ​ໄປ​ ​ເພື່ອ​ປະກອບສ່ວນ​ອັນ​ສໍາຄັນ​ ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​​ ​ລະຫວ່າງ​ສອງ​ກອງທັບ ​ລາວ–ຈີນ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ກວ້າງຂວາງ​ຍິ່ງ​ຂຶ້ນ.

ທ່ານ ພັນ​ເອກ ​ພິ​ເສດ ​ເສີນ​ຢົງ​ຈີງ ທູດ​ທະຫານ ແຫ່ງ​ ສະຖານທູດ ສປ ຈີ​ນ ປະຈຳ​ ສປປ ລາວ​ ​ໄດ້​ໃຫ້​ຮູ້​ວ່າ: ການ​ເຄື່ອນ​ໄຫວ​​ໃຫ້​ບໍລິການປິ່ນປົວ​ພະຍາດຂອງ​ທິມງານ​ການ​ແພດດັ່ງກ່າວ ​ໃນ​ຄັ້ງ​ນີ້,  ​ເລີ່​ມ​ແຕ່​ວັນ​ທີ 27 ​​ກໍລະກົດ​ ຫາ ວັນ​ທີ 5 ​​ສິງຫາ 2017, ​ໂດຍ​ໄດ້ຈັດ​ຂຶ້ນ​ພ້ອມ​ກັນ​ຢູ່ສອງ​ຈຸດ​ ຄື: ຢູ່​ໂຮງໝໍ 103 ນະ​ຄອນ​ຫລວງ​ວຽງ​ຈັນ ​ແລະ ​ແຂວງ​ຫລວງ​ນ້ຳ​ທາ​, ​ເພື່ອ​ເຮັດ​ໜ້າ​ທີ່​ປີ່​ນປົວ​ສຸຂະພາບໃນ​ຄັ້ງ​ນີ້​ ໃຫ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ອັນ​ໃຫຍ່​ຫລວງ ​ຈາກ​ຝ່າຍ​ລາວ, ຄະນະ​ຝ່າຍ​ຈີ​ນພວກ​ເຮົາ ​ໄດ້​ພ້ອມ​ກັນ​ກະກຽມ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ສູງ ​ເພື່ອ​ຮັບປະກັນ​ການກວດ​ສຸຂະພາບ, ປີ່​ນປົວ ​ແລະ ຜ່າ​ຕັດ​ໃຫ້​ນາຍ ​ແລະ ພົນທະຫານ​ ກອງທັບ​ປະຊາຊົນ​ລາວ ​ແລະ ປະຊາຊົນ​ລາວ​ຈຳນວນ​ໜຶ່ງ.

ທ່ານ ພັນ
​ເອກ​ ພິ​ເສດ ​ເສີນ​ຢົງ​ຈິ້ງ ກ່າວ​ຕື່ມ​​ວ່າ: ​ໃນ​ໄລຍະ​ເຄື່ອນ​ໄຫວ​​ໃຫ້​ບໍລິການ​ປິ່ນປົວດັ່ງກ່າວ​, ຄະນະ​ແພດ​ຝ່າຍ​ຈີນ ​ຈະ​ປະຕິບັດ​ໜ້າ​ທີ່​ຈັນ​ຍາ​ບັນ​ການ​ແພດ​ຢ່າງ​ເຂັ້ມ​ງວດ, ຕັ້ງໜ້າ​ປະຕິບັດ​ວຽກ​ງານ​ຕາມ​ແຜນການ​ທີ່​ວາງ​ອອກ, ຖືເອົາການ​ປະຕິບັດ​ວຽກ​ງານ​ທີ່​ເຮັດ​ໃຫ້​ດີ​ທີ່​ສຸດ ​ເພື່ອ​ທໍາ​ການ​ກວດ​ສຸຂະພາບ, ປິ່ນປົວ ​ແລະ ຜ່າຕັດ​ໃຫ້​ຄົນ​ເຈັບ, ​ພ້ອມ​ທັງ​ປະສານ​ສົມທົບ​ກັບ​ພະນັກງານ​ຝ່າຍ​ລາວ ​ຢ່າງ​ໃກ້​ສິດ​ຕິດ​ແທດ​ເຮັດ​ໃຫ້ການ​ປະຕິບັດ​ໜ້າ​ທີ່ໃນຄັ້ງນີ້ ​ໃຫ້ໄດ້​ຮັບສໍາ​ເລັດ​ຕາມແຜນການທີທີ່ວາງໄວ້.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...