spot_img
Home​ຂ່າວບັນເທິງຂໍເຊີນນາງສາວທີ່ສົນໃຈ ເຂົ້າຮ່ວມປະກວດ Miss Universe Laos 2017

ຂໍເຊີນນາງສາວທີ່ສົນໃຈ ເຂົ້າຮ່ວມປະກວດ Miss Universe Laos 2017

Published on

ຂ່າວບັນເທີງກັບລາວໂພສຕ໌ມື້ນີ້ແອັດມິນມີຂ່າວດີສຳລັບແມ່ຍິງລາວມາຝາກ ຫາກສາວງາມຄົນໃດມີຄວາມໄຝ່ຝັນຈາກກ້າວໄປສູ່ການປະກວດນາງງາມເວທີໃຫຍ່ລະດັບໂລກຢ່າງ ການປະກວດ Miss Universe ໂອກາດຂອງທ່ານມາຮອດແລ້ວ.

ຂໍເຊີນນາງສາວທີ່ສົນໃຈ ເຂົ້າຮ່ວມປະກວດ Miss Universe Laos 2017 ເພື່ອຄົ້ນຫາຕົວແທນສາວງາມຈາກ ສປປ ລາວໄປປະກວດໃນເວທີລະດັບໂລກ ຢ່າງການປະກວດ Miss Universe 2017

ເງື່ອນໄຂຜູ່ສະໝັກ: ເປັນແມ່ຍິງລາວ, ສະຖານະພາບຍັງໂສດ, ອາຍຸແຕ່ 18 – 28 ປີ, ມີຄວາມສູງ 168 ຊມ ຂຶ້ນໄປ ຫາທ່ານໃດສົນໃຈສາມາດປະກອບເອກະສານ ແລະ ນຳໄປຍື່ນທີ່ ບໍລິສັດ ມີສລາວ ຈຳກັດ, ສະຖານີໂທລະພາບທີວີລາວ. ຮ່ອມ 3, ບ້ານ ໂພນພະເນົາ ແຂວງ ນະຄອນຫຼວງວຽງຈັນ

ຫຼື ສອບຖາມຂໍ້ມູນເພີ່ມເຕີມທີ່ເບີ: 020 7133 333 ແລະ 020 7799 9997.

  1. ທ່ານສາມາດປະກອບເອກະສານ ເພື່ອສະໝັກຕັ້ງແຕ່ມື້ນີ້ເປັນຕົ້ນໄປ
  2. ທ່ານຕ້ອງຍື່ນໃບສະໝັກກ່ອນວັນທີ 10 ສິງຫາ 2017
  3. ວັນທີ 11 ສິງຫາ 2017 ແມ່ນທ່ານກອງປະກວດຈະຮ້ອງສຳພາດສະເພາະຜູ່ທີ່ຜ່ານເງື່ອນໄຂເບື້ອງຕົ້ນທີ່ສະຖານີໂທລະພາບ
  4. ວັນທີ 14 ສິງຫາ 2017 ຜູ່ທີ່ຜ່ານຮອບສຳພາດຈະໄດ້ເຮັດກິດຈະກຳກຸ່ມນາງງາມ
  5. ວັນທີ 26 ສິງຫາ 2017 ວັນປະກວດມື້ຕັດສິນ

 

ແຫລ່ງຂ່າວຈາກ: Miss Universe Laos ມີສຢູນີເວີຣສ ລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...