Homeຂ່າວຕ່າງປະເທດນ້ຳຖ້ວມຢູ່ເມືອງຫລວງບັງກາລາເດສ ເປັນສີຂຽວອົມຟ້າ ບໍ່ແມ່ນໃຊ້ແອ໊ບແຕ່ງພາບ ສານເຄມີລ້ວນໆ!

ນ້ຳຖ້ວມຢູ່ເມືອງຫລວງບັງກາລາເດສ ເປັນສີຂຽວອົມຟ້າ ບໍ່ແມ່ນໃຊ້ແອ໊ບແຕ່ງພາບ ສານເຄມີລ້ວນໆ!

Published on

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 27 ກໍລະກົດນີ້ວ່າ ນ້ຳຖ້ວມຂັງຢູ່ຖະໜົນສາຍໜຶ່ງ ໃຈກາງນະຄອນຫລວງທາກາ ປະເທດບັງກາລາເດສ ໄດ້ຮັບຄວາມສົນໃຈຈາກທົ່ວໂລພກ ພາຍຫລັງທີ່ນ້ຳຖ້ວມຂັງດັ່ງກ່າວ ໄດ້ກາຍສະພາບເປັນສີຂຽວອົມຟ້າ ແຕກຕ່າງໄປຈາກນ້ຳຖ້ວມຂັງທົ່ວໆໄປ ທີ່ຈະເປັນສີຂຸ່ນດຳ.

ສະພາບນ້ຳຖ້ວມຂັງດັ່ງກ່າວ ແມ່ນເກີດຈາກປະລິມານຝົນຕົກລົງມາຢ່າງຕໍ່ເນື່ອງ ພາຍໃນພື້ນທີ່ນະຄອນຫລວງທາກາ ເມື່ອວັນທີ 25 ກໍລະກົດເປັນຕົ້ນມາ ເຮັດໃຫ້ຫລາຍພື້ນທີ່ຂອງຕົວເມືອງມີນ້ຳຖ້ວມຂັງ ຍ້ອນທໍ່ລະບາຍນ້ຳບໍ່ສາມາດລະບາຍນ້ຳອອກໄດ້ທັນ ເຮັດໃຫ້ຖະໜົນສາຍໜຶ່ງ ມີນ້ຳກາຍເປັນສີຂຽວອົມຟ້າ ສ້າງສີສັນແປກຕາ ໂດຍບໍ່ແມ່ນການໃຊ້ແອ໊ບພິເຄຊັນ ເພື່ອຕົບແຕ່ງຮູບພາບແຕ່ປະການໃດ.

ທັງນີ້ ອີງຕາມແຫລ່ງຂ່າວໄດ້ລະບຸວ່າ ການທີ່ນ້ຳປ່ຽນເປັນສີຂຽວອົມຟ້າດັ່ງກ່າວ ແມ່ນເນື່ອງຈາກສານເຄມີຂອງໂຮງຈັກໂຮງງານ ພາຍໃນບໍລິເວນດັ່ງກ່າວ ທີ່ປ່ອຍລົງສູ່ທໍ່ລະບາຍນ້ຳແບບບໍ່ຖືກກົດໝາຍ ເຮັດໃຫ້ນ້ຳເກີດປະຕິກິລິຍາເຄມີ ຈົນກາຍສະພາບປ່ຽນສີຄືດັ່ງກ່າວ.

 

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...