spot_img
Homeຂ່າວເຫດການຮອງລັດຖະມົນຕີການຕ່າງປະເທດ ຕ້ອນຮັບຜູ້ອຳນວຍການທະນາຄານໂລກ ແລະ ຜູ້ຕາງໜ້າທະນາຄານໂລກຄົນໃໝ່

ຮອງລັດຖະມົນຕີການຕ່າງປະເທດ ຕ້ອນຮັບຜູ້ອຳນວຍການທະນາຄານໂລກ ແລະ ຜູ້ຕາງໜ້າທະນາຄານໂລກຄົນໃໝ່

Published on

ຂປລ. ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ແອລເຣັນ ໂກນສແຕັງ (Ellen Goldstein) ຜູ້ອຳນວຍການ ທະນາຄານໂລກ ທີ່ຮັບຜິດຊອບປະເທດ ກຳປະເຈຍ, ສປປ ລາວ ແລະ ມຽນມາ ຄົນໃໝ່ ແລະ ທ່ານ ຊ໋ອງ ຄຣິສສະຕ໋ອບ ແຄຣເຣ (Jean-Christophe Carret) ຜູ້ຕາງໜ້າຫ້ອງການ ທະນາຄານໂລກຄົນໃໝ່ ປະຈຳ ສປປ ລາວ, ເນື່ອງໃນໂອກາດ ທີ່ໄດ້ຮັບຕຳແໜ່ງໃໝ່.

ໃນໂອກາດດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຍິນດີຕ້ອນຮັບ ໃນການ ​ເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້, ພ້ອມທັງຊົມເຊີຍ ຕໍ່ການມາຮັບຕໍາແໜ່ງໃໝ່ ຂອງທັງສອງທ່ານ ເຊິ່ງໄດ້ຕີລາຄາ ສູງຕໍ່ບົດບາດ ຂອງທະນາຄານໂລກ ທີ່ໄດ້ໃຫ້ການຊ່ວຍເຫລືອ ຢ່າງຫລວງຫລາຍແກ່ ສປປ ລາວ ໃນ 5 ທົດສະຫວັດຜ່ານມາ ເຊັ່ນ: ເງິນກູອັດຕາຜ່ອນຜັນ, ເງິນຊ່ວຍເຫລືອລ້າ, ການຊ່ວຍເຫລືອທາງດ້ານ ເຕັກ ນິກ-ວິຊາການ ແລະ ອື່ນໆ ການສະໜັບສະໜູນດັ່ງກ່າວ ແມ່ນໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດ ທະນາ ເສດຖະກິດ-ສັງຄົມ ຂອງສປປ ລາວ ໃນຫລາຍຂະແໜງການ ໂດຍສະເພາະ ການພັດທະນາ ແລະ ການປັບປຸງດ້ານ ກະສິກຳ-ປ່າໄມ້, ສາທາລະນະສຸກ, ການສຶກສາ ລວມເຖິງການພັດທະນາ ພື້ນຖານໂຄງລ່າງ ແລະ ຍົກສູງລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ ໃຫ້ດີຂຶ້ນ ເຮັດໃຫ້ອັດຕາ ຄວາມທຸກຍາກ ໃນ ສປປ ລາວ ຫລຸດລົງເປັນກ້າວໆ. ນອກຈາກນັ້ນ ທ່ານ ຮອງລັດຖະມົນຕີ ຍັງເຊື່ອໝັ້ນວ່າ ພາຍໃຕ້ ການນຳພາຂອງສອງທ່ານ ການພົວພັນລະຫວ່າງ ທະນາຄານໂລກ ແລະ ສປປ ລາວ ຈະໄດ້ຮັບການ ຊຸກຍູ້ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຫວັງຢ່າງຍິ່ງວ່າ ທະນາຄານໂລກ ຈະສືບຕໍ່ໃຫ້ການຮ່ວມມື ແລະ ເພີ່ມທະວີ ປະກອບສ່ວນຊ່ວຍເຫລືອ ສປປ ລາວ ໃນຫລາຍດ້ານຕື່ມອີກ.

ນັບແຕ່ໄດ້ມາຕັ້ງ ຫ້ອງການທະນາຄານໂລກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນປີ 2000 ການພົວພັນຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ກັບ ທະນາຄານໂລກ ກໍໄດ້ຮັບການ ເສີມຂະຫຍາຍ ແລະ ໄດ້ກາຍເປັນອົງການການເງິນສາກົນໜຶ່ງ ທີ່ມີບົດບາດສຳຄັນ ໃນການເປັນຄູ່ຮ່ວມ ພັດທະນາ ຂອງ ສປປ ລາວ.

ໃນໂອກາດດຽວກັນນີ້, ທ່ານ ນາງ ແອລເຣັນ ໂກນສແຕັງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ຮອງລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້ ພ້ອມທັງຢືນຢັນວ່າ ທະນາຄານໂລກ ຈະສືບ ຕໍ່ເພີ່ມທະວີ ການຮ່ວມມື ແລະ ຈະໃຫ້ການສະໜັບສະໜູນ ຊ່ວຍເຫລືອ ສປປ ລາວ ໃນການຈັດຕັ້ງແຜນ ພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ແລະ ບັນດາຍຸດທະສາດຕ່າງໆ ເພື່ອໃຫ້ບັນລຸ ບັນດາເປົ້າໝາຍຕ່າງໆ ໃນການພັດທະນາແບບຍືນຍົງ. 

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...