Homeຂ່າວຕ່າງປະເທດຈີນປະກາດຈະຊ່ວຍຟິລິບປິນ 20 ລ້ານຢວນ ຟື້ນຟູເມືອງມາລາວີ ຈາກຄວາມເສຍຫາຍຂອງສົງຄາມ

ຈີນປະກາດຈະຊ່ວຍຟິລິບປິນ 20 ລ້ານຢວນ ຟື້ນຟູເມືອງມາລາວີ ຈາກຄວາມເສຍຫາຍຂອງສົງຄາມ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກໍລະກົດນີ້ວ່າ ທ່ານ ຫວາງອີ້ ລັດຖະມົນຕີການຕ່າງປະເທດຈີນ ໄດ້ກ່າວໃຫ້ຄຳໝັ້ນຕໍ່ລັດຖະບານຟິລິບປິນ ໃນມື້ວານນີ້ (25 ກໍລະກົດ) ທີ່ນະຄອນຫລວງມະນີລາ ວ່າຈະຈັດຫາເງິນຊ່ວຍເຫລືອ ຈຳນວນ 20 ລ້ານຢວນ ຫລື ປະມານ 3 ລ້ານໂດລາ ເພື່ອຊ່ວຍຟື້ນຟູເມືອງມາຣາວີ ທີ່ໄດ້ຮັບຄວາມເສຍຫາຍຈາກການຕໍ່ສູ້ກັບກຸ່ມຕິດອາວຸດໄອເອັສ.

ທັງນີ້ ການປະກາດໃຫ້ຄວາມຊ່ວຍເຫລືອດັ່ງກ່າວ ມີຂຶ້ນທ່າມກາງບັນຍາການການພົວພັນລະຫວ່າງ ຈີນ ແລະ ຟິລິບປິນ ກຳລັງມີໃບໜ້າອັນໃໝ່ ພາຍຫລັງການຫັນປ່ຽນນະໂຍບາຍການຕ່າງປະເທດ ຂອງຜູ້ນຳຟິລິບປິນຄົນໃໝ່ ໂຣດຣິໂກ ດູເຕີເຕ ທີ່ໄດ້ໃຫ້ຄວາມສຳຄັນແກ່ຈີນຫລາຍຂຶ້ນ ແລະ ມີທ່າທີຜ່ອນມິດກັບສະຫະລັດອາເມຣິກາ ທີ່ເປັນພັນທະມິດເກົ່າແກ່ມາດົນນັບ 70 ປີ.​

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...