Homeຂ່າວຕ່າງປະເທດມຽນມາພົບຜູ້ຕິດເຊື້ອໄວຣັສ H1N1 ຢ່າງໜ້ອຍ 13 ຄົນ ເສຍຊີວິດແລ້ວ 1 ຄົນ

ມຽນມາພົບຜູ້ຕິດເຊື້ອໄວຣັສ H1N1 ຢ່າງໜ້ອຍ 13 ຄົນ ເສຍຊີວິດແລ້ວ 1 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ກໍລະກົດຜ່ານມານີ້ວ່າ ກະຊວງສາທາລະນະສຸກ ແລະ ກິລາມຽນມາ ອອກຄຳຖະແຫລງ ພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດໃຫຍ່ສາຍພັນ H1N1 ຈຳນວນ 13 ຄົນ ໂດຍ 3 ຄົນພົບຢູ່ນະຄອນຢາງກຸ້ງ ແລະ ອີກ 10 ຄົນ ພົບໃນເມືອງມາຕູປີ ເມືອງຫ່າງໄກສອກຫລີກຂອງລັດຊິນ ໃກ້ກັບຊາຍແດນອິນເດຍ.  ທ່ານ ວິນ ລະວິນ ຜູ້ອຳນວຍການສຳນັກງານສາທາລະນະສຸກ ເຂດຢາງກຸ້ງ ໄດ້ກ່າວຕໍ່ສື່ມວນຊົນວ່າ ມີເດັກນ້ອຍຊາຍອາຍຸ 6 ປີ ໃນຈຳນວນຜູ້ຕິດເຊື້ອຢູ່ເມືອງມາຕູປີ ເສຍຊີວິດຈາກບັນຫາກ່ຽວກັບລະບົບທາງເດີນຫາຍໃຈ ຊຶ່ງຄາດວ່າມີສາເຫດມາຈາກເຊື້ອໄວຣັສ H1N1.

ແນວໃດກໍຕາມ, ກະຊວງສາທາະລະນະສຸກ ແລະ ກິລາມຽນມາ ໄດ້ແຈ້ງເຕືອນປະຊາຊົນ ບໍ່ໃຫ້ຕົກໃຈ ເນື່ອງຈາກກໍລະນີພະຍາດດັ່ງກ່າວນີ້ ພົບເຫັນທຸກໆປີ ພ້ອມທັງແນະນຳໃຫ້ຜູ້ທີ່ມີອາການປ່ອຍໄຂ້ ໃຫ້ເຂົ້າຮັບການປິ່ນປົວຢ່າງຖືກວິທີຢູ່ຕາມສຸກສາລາ ແລະ ໂຮງໝໍຂອງລັດຖະບານ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...