spot_img
Homeຂ່າວຕ່າງປະເທດຢຸຕິແລ້ວ! ໂດນັນ ທຣັມ ສັ່ງຍົກເລີກການຊ່ວຍເຫລືອ ກຸ່ມຕໍ່ຕ້ານລັດຖະບານຊີຣີ ຫລັງເປັນສະປອນເຊີ້ມາດົນ 4 ປີ!

ຢຸຕິແລ້ວ! ໂດນັນ ທຣັມ ສັ່ງຍົກເລີກການຊ່ວຍເຫລືອ ກຸ່ມຕໍ່ຕ້ານລັດຖະບານຊີຣີ ຫລັງເປັນສະປອນເຊີ້ມາດົນ 4 ປີ!

Published on

ສຳນັກຂ່າວເອເອບພີ ລາຍງານໃນວັນທີ 25 ກໍລະກົດນີ້ວ່າ ທ່ານ ໂດນັນ ທຣັມ ປະທານາທິບໍດີສະຫະລັດອາເມຣິກາ ໄດ້ປະກາດໃນມື້ນີ້ (25 ກໍລະກົດ) ໂດຍສັ່ງໃຫ້ມີການຢຸຕິໂຄງການສະໜັບສະໜູນ ກຸ່ມຕໍ່ຕ້ານລັດຖະບານຊີຣີ ຊຶ່ງດຳເນີນການຕໍ່ສູ້ໂຄ່ນລົ້ມລັດຖະບານ ພາຍໃຕ້ການນຳຂອງທ່ານ ບາຊາ ອັນ-ອັສຊາດ ເນື່ອງຈາກຄວາມກົດດັນທີ່ເຫັນວ່າ ການສະໜັບສະໜູນດັ່ງກ່າວ ເປັນສິ່ງທີ່ໜັກໜາ ອັນຕະລາຍ ແລະ ຟຸ່ມເຟືອຍ.

ການປະກາດດ່ັງກ່າວຂອງຜູ້ນຳອາເມຣິກາຄັ້ງນີ້ ສອດຄ່ອງກັບຄວາມຄິດເຫັນຂອງ ທ່ານ ພົນເອກ ໂທນີ ໂທມັສ ຫົວໜ້າປະຕິບັດການພິເສດຂອງສະຫະລັດອາເມຣິກາ ທີ່ໄດ້ອອກມາຢືນຢັນວ່າງບໍ່ດົນມານີ້ວ່າ ປະຕິບັດການຕ່າງໆທີ່ຍາວນານ 4 ປີ ໄດ້ຖືກຍົກເລີກແລ້ວ.

ທັງນີ້, ອະດີດປະທານາທິບໍດີ ບາຣັກ ໂອບາມາ ຂອງອາເມຣິກາ ໄດ້ອະນຸມັດໂຄງການຊ່ວຍເຫລືອ ກຸ່ມຕໍ່ຕ້ານລັດຖະບານຊີຣີ ເມື່ອປີ 2013 ໂດຍນັກຮົບກຸ່ມດັ່ງກ່າວຫລາຍພັນຄົນ ໄດ້ຮັບການເຝິກສອນ ແລະ ຕິດອາວຸດໂດຍກອງທັບສະຫະລັດ, ແນວໃດກໍຕາມ ແຮງສະໜັບສະໜູນດັ່ງກ່າວ ໄດ້ຖືກຕໍ່ຕ້ານລົງຢ່າງກວ້າງຂວາງ ພາຍຫລັງທີ່ກຸ່ມຕໍ່ຕ້ານລັດຖະບານຊີຣີ ກຳລັງຢູ່ໃນທ່າປະລາໄຊ.

ເປັນທີ່ໜ້າສັງເກດວ່າ ການປະກາດດັ່ງກ່າວນີ້ຂອງ ທ່ານ ໂດນັນ ທຣັມ ໄດ້ມີຂຶ້ນ ພາຍຫລັງທີ່ທ່ານໄດ້ພົບປະກັບ ປະທານາທິບໍດີ ວະລາດີເມຍ ປູຕິນ ຜູ້ນຳຣັດເຊຍ ລະຫວ່າງກອງປະຊຸມ ຈີ 20 ທີ່ນະຄອນຮຳເບີກ ປະເທດເຢຍລະມັນ ຊຶ່ງເປັນການພົບປະກັນຄັ້ງທຳອິດເມື່ອຕົ້ນເດືອນທີ່ຜ່ານມານີ້.

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...