HomeBaby-ແມ່ແລະເດັກລູກນ້ອຍຫຼັງເກີດໃໝ່ຕົວເຫຼືອງແບບໃດອາການໜ້າເປັນຫ່ວງ

ລູກນ້ອຍຫຼັງເກີດໃໝ່ຕົວເຫຼືອງແບບໃດອາການໜ້າເປັນຫ່ວງ

Published on

ໂດຍປົກກະຕິແລ້ວເດັກນ້ອຍເກີດໃໝ່ທີ່ເກີດຄົບຕາມກຳນົດຈະມີສຸຂະພາບແຂງແຮງປະມານ 80% ຈະມີພາວະຕົວເຫຼືອງຈາງໆ ແຕ່ເມື່ອອາຍຸໄດ້ 3-4 ມື້ ຈະຫາຍຈາກອາການຕົວເຫຼືອງໄປເອງ ສຳລັບເດັກເກີດໃໝ່ທີ່ທີອາກາດຕົວເຫຼືອງຜິດປົກກະຕິຈະພົບໄດ້ໜ້ອຍທີ່ສຸດສະເລ່ຍນ້ອຍກວ່າ 1% ຄືມີລະດັບສານສີເຫຼືອງສູງກວ່າປົກກະຕິ ຫາກພໍ່ ແມ່ສັງເກດເຫັຍວ່າລູກມີອາການເຫຼືອງຜິດປົກກະຕິແມ່ນຕ້ອງລະວັງ ແລະ ພາໄປພົບແພດ ເຊິ່ງທ່ານສາມາດສັງ ເກດອາການໄດ້ດັ່ງນີ້:

– ລູກຕົວເຫຼືອງໄວ ຄືເຫຼືອງໃຫ້ເຫັນພາຍໃນອາຍຸ 1-2 ມື້ທຳອິດຫຼັງເກີດ

– ລູກຕົວເຫຼືອງຫຼາຍ ຫຼື ເຫຼືອງເຂັ້ມ ຝາມືຝາຕີນແມ່ນເຫັນໄດ້ຊັດເຈນ

– ລູກຕົວເຫຼືອງດົນເຖິງແມ່ນວ່າຈະມີອາຍຸເກີນ 7 ມື້ແລ້ວກໍ່ຕົວກໍ່ຍັງເຫຼືອງຢູ່ ອຸດຈະຣະຈະມີສີຈາງ ສ່ວນປັດສະວະຈະມີສີເຂັ້ມ
– ລູກມີຕົວເຫຼືອງຮ່ວມກັບອາການປ່ວຍອື່ນໆ ເຊັ່ນ: ມີອາການໄຂ້, ຊຶມ, ຮາກ ຫຼື ຖ່າຍແຫຼວ

ຫາກພົບວ່າລູກມີອາການເັ່ງກ່າວນີ້ ຄວນພາລູກໄປພົບແພດ ເພາະສານສີເຫຼືອງທີ່ມີຫຼາຍເກີນໄປອາດໄປເກາະໃນເຊລສະໝອງ ເຮັດໃຫ້ເກີດຄວາມຜິດປົກກະຕິທາງສະໝອງ ແລະ ອາດເຖິງຂັ້ນເຮັດໃຫ້ລູກປັນຍາອ່ອນໄດ້ ຫາກບໍ່ໄດຮັບການຮັກສາທັນເວລາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...