Homeຂ່າວພາຍ​ໃນສປປ ລາວ-ສະຫະລັດອາເມລິກາ ເພີ່ມທະວີ ການຮ່ວມມືດ້ານການເກັບກູ້ລະເບີດບໍ່ທັນແຕກ

ສປປ ລາວ-ສະຫະລັດອາເມລິກາ ເພີ່ມທະວີ ການຮ່ວມມືດ້ານການເກັບກູ້ລະເບີດບໍ່ທັນແຕກ

Published on

​ເມື່ອທ້າຍອາທິດ​ຜ່ານມານີ້, ຄະນະ​ຜູ້​ແທນສະຫະລັດ​ອາ​ເມ​ລິ​ກາ ນໍາ​ໂດຍທ່ານ ພົນຕີ ໄມເຄີລ ດີ ຣອດສະຕິນ (Michael D. Rothstein), ຮອງຜູ້ຊ່ວຍລັດຖະມົນຕີ ການຕ່າງປະເທດ ສະຫະລັດໄດ້ເດີນ ທາງມາຢ້ຽມຢາມ ສປປ ລາວ ເພື່ອເສີມຂະຫຍາຍການຮ່ວມມື ວຽກງານສຳຫລວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ. ລະຫວ່າງການ​ຢ້ຽມຢາມ ​ແຕ່​ວັນ​ທີ 10-14 ກໍລະກົດ 2017 ນີ້, ທ່ານ ຮອງຜູ້ຊ່ວຍລັດຖະມົນຕີ ການຕ່າງປະເທດສະຫະລັດ ໄດ້ຢ້ຽມຢາມແຂວງຊຽງຂວາງ ເພື່ອທົບທວນຄືນຄວາມຄືບໜ້າ ການຈັດຕັ້ງປະຕິບັດການສຳຫລວດ ລະເບີດລູກຫວ່ານ ທີ່ບໍ່ທັນແຕກພາຍ​ໃນ​ແຂວງ ​ແລະ ທົ່ວປະເທດ (CMRS) ເຊິ່ງລັດຖະບານສະຫະລັດອາເມລິກາ ຈະໃຫ້ການສະໜັບສະໜູນທຶນ ​ແລະ ໄດ້ປະກາດເພີ່ມທຶນຊ່ວຍເຫລື​ອດັ່ງກ່າວ ໃນປີທີ່ຜ່ານມາ.

ລະຫວ່າງການພົບປະໂອ້ລົມ ກັບບັນດາເຈົ້າໜ້າທີ່ອາວຸໂສ ຈາກພາກລັດ, ທ້ອງຖິ່ນ ແລະ ຄູ່ຮ່ວມມືສາກົນ ໃນຂະແໜງການເກັບກູ້ລະເບີດບໍ່ທັນແຕກ, ທ່ານ ພົນຕີ ຣອດສະຕິນ ໄດ້ຍົກໃຫ້ເຫັນເຖິງບາງຂະແໜງການທີ່ສຳຄັນ ທີ່ສະຫະລັດອາເມລິກາ ແລະ ສປປ ລາວ ສາມາດເພີ່ມທະວີການຮ່ວມມືດ້ານການເກັບກູ້ລະເບີດບໍ່ທັນແຕກ ລວມທັງການຈັດຕັ້ງປະຕິບັດໜ້າທີ່ຂອງ (CMRS), ເພີ່ມທີມງານເກັບກູ້ລະເບີດ ໃຫ້ແກ່ໜ່ວຍງານການເກັບກູ້ລະເບີດ ພາຍໃນປະເທດ ແລະ ໃຫ້ການສະໜັບສະໜູນ ແກ່ຄະນະກຳມະການຄຸ້ມຄອງແຫ່ງຊາດ (ຄຊກລ) ໃນການຕິດຕາມກວດກາ ແລະ ການຄຸ້ມຄອງການຈັດຕັ້ງປະຕິບັດວຽກງານຂອງ (CMRS) ພ້ອມ​ນີ້, ທ່ານໄດ້ເນັ້ນ​ເຖິງຄວາມຈຳເປັນ ໃນການຮ່ວມມືຢ່າງໃກ້ຊິດ ໃນຂະແໜງການນີ້ກັບຄູ່ຮ່ວມພັດທະນາ, ຜູ້ໃຫ້ທຶນ ແລະ ລັດຖະບານສປປ ລາວ ໂດຍຜ່ານ (ຄຊກລ).

​ໃນ​ໂອກາດ​ດຽວ​ກັນ, ທ່ານ ຍັງໄດ້ພົບປະກັບທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອສະແດງຄວາມຂອບໃຈ ໃນການໃຫ້ການສະໜັບສະໜູນ ໃນວຽກການສຳຫລວດແຫ່ງຊາດ ​ເຊິ່ງ​ໄດ້​ປະກອບສ່ວນ​ສໍາຄັນ​ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ແກ້​ໄຂ​ຄວາມທຸກ​ຍາກ​ ໂດຍ​ສະ​ເພາະໂຄງການຮ່ວມມືກັນ ລະຫວ່າງໜ່ວຍງານກັບກູ້ລະເບີດຂອງ ສປປ ລາວ ແລະ ອົງການ (INGO); ທ່ານ ພົນຕີ ຣອດສະຕິນ ຍັງໄດ້ປຶກສາຫາລືບັນດາຈິດຈະກຳຕ່າງໆ ກ່ຽວກັບລະເບີດບໍ່ທັນແຕກ ແລະ ເປີດກວ້າງການຮ່ວມມື ທາງດ້ານຄວາມປອດໄພ ກັບທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໃນລະຫວ່າງການເຂົ້າຢ້ຽມຂ່ຳນັບໃນວັນດຽວ​ກັນ.

​         ພ້ອມ​ນີ້, ທ່ານ ຍັງໄດ້ພົບປະກັບທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງຊຽງຂວາງ ແລະ ບັນດາເຈົ້າໜ້າທີ່ກ່ຽວຂ້ອງ,​​ ໂດຍທ່ານກ່າວວ່າ: ລະເບີດຕົກຄ້າງທີ່ບໍ່ທັນແຕກຢູ່ ສປປ ລາວ ​ໄດ້ຜົນກະທົບ ​ແລະ ເປັນໄພຂົ່ມຂູ່ຕໍ່ຊຸມຊົນ, ​ແຕ່ເຖິງຢາງໃດກໍຕາມ ຜ່ານການຮ່ວມມືກັນຢ່າງໃກ້ຊິດ ກັບຄູ່ຮ່ວມພັດທະນາ, ກັບລັດຖະບານ ສປປ ລາວ ແລະ ຂະບວນການຈັດຕັ້ງປະຕິບັດຂອງ (CMRS) ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມກັນຈະສາມາດກຳນົດບັນຫາລະເບີດ ທີ່ບໍ່ທັນແຕກຢູ່ ສປປ ລາວ ແລະ ການເຮັດວຽກຮ່ວມກັນນີ້ ຈະຊ່ວຍໃຫ້ຊຸມຊົນຫລຸດພົ້ນ ອອກຈາກຜົນກະທົບ ​ແລະ ​ໄພຂົ່ມຂູ່ຈາກລະເບີດ ທີ່ຍັງບໍ່ທັນແຕກ​ໄດ້.
ແຫລ່ງຂ່າວ:​ ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ...

ລົດລົ້ມເປີດໂປງທຸກຄະດີ ພົບທັງປືນ ການມົ້ວສຸມນ້ຳທ່ອມ ຂາຍຢາ ແລະ ເຄີຍກໍ່ຄະດີປຸ້ນຄຳ ທີ່ແກ້ງກອກ ແຂວງສະຫວັນນະເຂດ.

ຈາກນັ້ນ ປກສ ເມືອງ ອຸທຸມພອນ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າໜ້າທີ່ວິຊາສະເພາະ ລົງກວດກາ, ສອບສວນ, ເກັບກຳຂໍ້ມູນ ສະຖານທີ່ເກີດເຫດຕົວຈິງ: ຜູ້ທີ່ຂັບຂີ່ລົດຈັກຍີຫໍ້ຮອນດ້າ, ລຸ້ນ FORZA 350,...

ຄະນະຜູ້ແທນລາວ ຮ່ວມພິທີວາງພວງມາລາ-ເຄົາລົບພະສົບ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ

ໃນວັນທີ 27 ມິຖຸນາ 2026 ທີ່ ບາງກອກ, ປະເທດໄທ, ໂດຍໄດ້ຮັບການມອບໝາຍຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ປັບລົງ 50,000 ກີບ ເມືອງຜາອຸດົມ ແຂວງບໍ່ແກ້ວ ແຈ້ງປັບລົງຄ່າໂດຍສານສາຍທາງລະ 50,000 ກີບ

ຫ້ອງການ ຍທຂ ເມືອງຜາອຸດົມ ແຂວງບໍ່ແກ້ວ ອອກແຈ້ງການເລກທີ 270/ຍທຂ,ຜດ ວັນທີ 24 ມິຖຸນາ 2026 ເຖິງ: ບັນດາຫົວໜ້າສະມາຄົມລົດ, ບັນດາຜູ້ປະກອບການຂົນສົ່ງໂດຍສານ, ຕະຫຼອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າ...