Homeຂ່າວຕ່າງປະເທດໂດນັລ ທຣັມ ຢ້ຳນະໂຍບາຍສະຫະລັດຕ້ອງມາກ່ອນ

ໂດນັລ ທຣັມ ຢ້ຳນະໂຍບາຍສະຫະລັດຕ້ອງມາກ່ອນ

Published on

ທ່ານ ໂດນັລ ທຣັມ ໄດ້ລົງນາມປະກາດຫຼຸດທຸງເປີດກິດຈະການໃນເມື່ອວັນທີ 18 ກໍລະກົດ 2017 ທີ່ຜ່ານມາ ຮຽກຮ້ອງໃຫ້ປະຊາຊົນໃນສະຫະລັດໃຫ້ກຽດແກ່ກຸ່ມຊາວອາເມລິກັນທີ່ທຸ້ມເທທຳງານໜັກເພື່ອຊ່ວຍໃຫ້ປະເທດຈະເລີນກ້າວໜ້າຫຼາຍຂຶ້ນ ສ່ວນໜຶ່ງຂອງກິດຈະກຳຄືມີການຈັດສະແດງສິນຄ້າໃນບໍລິເວນທຳນຽບຂາວ ຜູ່ນຳສະຫະລັດໄດ້ຢ້ຽມຊົມຮ້ານຄ້າຕ່າງໆໃນບໍລິເວນທີ່ຈັດສະແດງສິນຄ້າ ຜູ່ຜະລິດສິນຄ້າຈາກທັງໝົດ 50 ລັດຂອງສະຫະລັດໄດ້ຈັດສະແດງສິນຄ້າຕ່າງໆຕັ້ງແຕ່ເຄື່ອງມືສຳລັບການກະສິກຳໄປຈົນເຖິງໄມ້ຕີເບສບອລ

ຜູ່ນຳສະຫະລັດຢ້ຳວ່າພາຍໃຕ້ນະໂຍບາຍສະຫະລັດຕ້ອງມາກ່ອນເຂົາຈະເດີນໜ້າເຈລະຈາໃໝ່ໃນເລື່ອງຂໍ້ຕົກລົງການຄ້າທີ່ເຂົາເຫັນວ່າບໍ່ເປັນທຳກັບສະຫະລັດ ລະບຸວ່າຜູ່ປະກອບການຄວນຈະຜະລິດສິນຄ້າໃນປະເທດໃຫ້ຫຼາຍຂຶ້ນ ແລະ ຍັງກ່າວເພີ່ມເຕີມວ່າ ລັດຖະບານຢືນຢັນໃຫ້ການສະໜັບສະໜູນທັງບໍລິສັດ ແລະ ຄົນງານຊາວອາເມລິກາ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...