spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ດ່ານໜອງຄາຍຈັບຊາຍຊາວລາວຂົນຢາບ້າລັອດໃຫຍ່ພ້ອມຂອງກາງ

ເຈົ້າໜ້າທີ່ດ່ານໜອງຄາຍຈັບຊາຍຊາວລາວຂົນຢາບ້າລັອດໃຫຍ່ພ້ອມຂອງກາງ

Published on

ເມື່ອເວລາ 12:00 ນາທີ ຂອງວັນທີ 17 ກໍລະກົດ 2017 ທີ່ຜ່ານມາ ທີ່ຫ້ອງສອບສວນດ່ານກວດຄົນເຂົ້າ-ອອກເມືອງໜອງຄາຍ ດ່ານຊາຍແດນຂົວມິດຕະພາບລາວ-ໄທ 1. ເຈົ້າໜ້າທີ່ປາບປາມຢາເສບຕິດປະຈຳຂົວມິດຕະພາບລາວ-ໄທ 1 ຖະແຫຼງຂ່າວການຈັບກຸມຕົວທ້າວ ວັນພອນ ແສງວິໄລ ອາຍຸ 32 ປີ ຢູ່ບ້ານ ສີວິໄລ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ປະເທດລາວ ມີອາຊີບເປັນນັກດົນຕີ (ມືກອງ) ພ້ອມຢາບ້າບັນຈຸໃນຖົງເຈ້ຍ 2 ຖົງ ເຊື່ອງໄວ້ໃນກະເປົາພາຍ 1 ໜ່ວຍ ພາຍໃນມີຢາບ້າຈຳນວນ 100 ຫໍ່ ບັນຈຸຢາບ້າກວ່າ 200,000 ເມັດ ທີ່ວາງໄວ້ບ່ອນຢຽບໃນລົດກະບະຢີ່ຫໍ້ໂຕໂຢຕ້າ ຮຸ້ນວິໂກ້ສີປອນທອງ ໝາຍເລກທະບຽນ ກບ 0345 ກຳແພງນະຄອນ

ເຈົ້າໜ້າທີ່ໜ່ວຍປາບປາມຢາເສບຕິດໄດ້ຕິດຕາມພຶດຕິກຳການເຂົ້າ-ອອກ ຣາຊາອານາຈັກໄທ ແລະ ສປປ ລາວ ຂອງຜູ່ຖືກຫາຢູ່ເປັນປະຈຳ ຈົນມາຮອດຕອນເຊົ້າປະມານ 06.55 ນາທີຂອງວັນທີ 17 ກໍລະກົດ ທາງເຈົ້າໜ້າທີ່ຈິ່ງໄດ້ເຂົ້າກວດຄົ້ນ ແລະ ພົບໄດ້ກະເປົາພາຍ 1 ໜ່ວຍວາງຢູ່ບ່ອນຢຽບບໍລິເວນດ້ານຫຼັງຄົນຂັບ ກັບພົບວ່າມີວັດຖຸເປັນກ້ອນແຂັງພັນດ້ວຍສະກັອດສີນ້ຳຕານຈຳນວນຫຼາຍຄ້າຍຫໍ່ຢາບ້າ ດັ່ງນັ້ນ ຈິ່ງເຊີນຕົວຜູ່ກ່ຽວມາສອບສວນ ແລະ ກວດຫໍ່ດັ່ງກ່າວຜ່ານການສອບສວນທ້າວ ວັນພອນ ໃຫ້ການຮັບສາລະພາບ ມີຊາຍຊາວເຜົ່າມົ້ງຊື່ ທ້າວ ທອມ ຢູ່ບ້ານຫຼັກ 52 ເມືອງ ໂພນໂຮງ ແຂວງ ວຽງຈັນ ຈ້າງຕົນຂົນຢາບ້າໃນລາຄາ 12,500,000 ກີບ ເພື່ອນຳຢາບ້າໄປສົ່ງໃຫ້ກັບນັກຄ້າຢາບ້າຊາວອຸດອນທານີ ແລະ ໄດ້ຄ່າເດີນທາງມາກ່ອນ 500,000 ກີບ ແຕ່ກໍ່ມາຖືກເຈົ້າໜ້າທີ່ກມຕົວໄດ້ກ່ອນ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...