Homeຂ່າວເຫດການເປີດງານບຸນມະໂຫລານມິດຕະພາບ ລາວ-ຫວຽດນາມ ຄັ້ງທີ IV ທີ່ນະຄອນຫລວງວຽງຈັນ

ເປີດງານບຸນມະໂຫລານມິດຕະພາບ ລາວ-ຫວຽດນາມ ຄັ້ງທີ IV ທີ່ນະຄອນຫລວງວຽງຈັນ

Published on

ຂປລ. ສະມາຄົມມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້​ຮ່ວມເປີດງານບຸນມະໂຫລານມິດຕະພາບ ລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ຄັ້ງທີ IV ຂຶ້ນ ລະຫວ່າງວັນທີ 17-23 ກໍລະກົດ 2017ນີ້​ ທີ່​ຫໍ​ປະຊຸມ​ແຫ່ງຊາດ, ນະຄອນຫລວງ​ວຽງ​ຈັນ ໂດຍ​ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການສະເຫລີມສະຫລອງປີສາມັກຄີພິເສດ ລາວ-ຫວຽດນາມ, ສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກ, ກຳມະການຄະນະປະຈຳ, ຫົວໜ້າຄະນະຮັບຜິດຊອບ ສະມາຊິກສະພາແຫ່ງຊາດ ສສ ຫວຽດນາມ, ປະທານສະມາຄົມຫວຽດນາມ-ລາວ, ​​ມີ​ບັນດາປະທານສະມາຄົມມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງທັງ​ສອງ​ຝ່າຍ​ເຂົ້າຮ່ວມ​.

ງານບຸນມະໂຫລານດັ່ງກ່າວ, ຄະນະຜູ້ແທນປະຊາຊົນຂອງສອງປະເທດ ຈະໄດ້ຮ່ວມຈັດກິດຈະກຳຫລາຍຢ່າງ ເພື່ອສະເຫລີມສະຫລອງປີສາມັກຄີພິເສດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ (5/9/1962-5/9/2017) ​ຊຶ່ງລາວ-ຫວຽດນາມ ມີສາຍພົວພັນມິດຕະພາບອັນດູດດື່ມ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານມາ​ແຕ່​ດົນ​ນານ ​ໂດຍ​ສາຍ​ພົວພັນ​ດັ່ງກ່າວ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍ ເຂົ້າສູ່ລວງເລິກ ກາຍເປັນມໍລະດົກອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ທັງເປັນໜຶ່ງ ໃນປັດ​ໄຈຕັດສິນໄຊຊະນະຂອງການປະຕິວັດ ຢູ່ແຕ່ລະປະເທດ, ເຊິ່ງປັດຈຸບັນສາຍພົວພັນທີ່ຫາຍາກນັ້ນ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ລວງເລິກ ໂດຍໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ, ທັງເປັນການປະກອບ ສ່ວນເຂົ້າໃນພາລະກິດສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ. ສາຍພົວພັນດັ່ງກ່າວ, ເປັນຄວາມເອກອ້າງທະນົງໃຈ ​ທັງແມ່ນມູນມໍລະດົກ ອັນລ້ຳຄ່າຂອງປະຊາຊົນສອງຊາດລາວ-ຫວຽດນາມ ຢ່າງ​ແທ້​ຈິງ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...