spot_img
Homeຂ່າວຕ່າງປະເທດສະຖານທູດຣັດເຊຍຢູ່ດາມັສກັສ ຖືກຍິງດ້ວຍປືນຄົກ ຝີມືກຸ່ມຕໍ່ຕ້ານລັດຖະບານຊີຣີ

ສະຖານທູດຣັດເຊຍຢູ່ດາມັສກັສ ຖືກຍິງດ້ວຍປືນຄົກ ຝີມືກຸ່ມຕໍ່ຕ້ານລັດຖະບານຊີຣີ

Published on

ສຳນັກຂ່າວຊານາຂອງລັດຖະບານຊີຣີ ໄດ້ລາຍງານວ່າ ເກີດເຫດກຸ່ມຕໍ່ຕ້ານລັດຖະບານຊີຣີ ລະດົມຍິງປືນຄົກໃສ່ຫລາຍພື້ນທີ່ຂອງ ນະຄອນຫລວງດາມັສກັສຂອງປະເທດ ເມື່ອວັນອາທິດທີ 16 ກໍລະກົດຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບໄປ 7 ຄົນ ໃນຂະນະທີ່ມີລູກປືນຄົກ 2 ລູກ ຖືກຍິງໃສ່ສະຖານເອກອັກຄະລັດຖະທູດຣັດເຊຍ ປະຈຳຊີຣີ ຊຶ່ງໃນນັ້ນລູກໜຶ່ງໄດ້ເຂົ້າໄປຕົກຢູ່ດ້ານໃນສະຖານທູດ ແລະ ອີກລູກໜຶ່ງຕົກໃສ່ບໍລິເວນໃກ້ຄຽງ ສ້າງຄວາມເສຍຫາຍທາງດ້ານວັດຖຸໃຫ້ແກ່ສະຖານທູດດັ່ງກ່າວ.

ທັງນີ້ ສົງຄາມກາງເມືອງຢູ່ຊີຣີ ຊຶ່ງດຳເນີນມາເປັນເວລາ 7 ປີແລ້ວ ໄດ້ສັງຫານຜູ້ຄົນໄປປະມານ 475,000 ຄົນ ໃນຈຳນວນດັ່ງກ່າວນີ້ ເປັນພົນລະເຮືອນ 99,617 ຄົນ ນອກເໜືອໄປຈາກທະຫານຂອງລັດຖະບານຊີຣີ, ກຸ່ມຕໍ່ຕ້ານລັດຖະບານ ແລະ ກຸ່ມຕິດອາວຸດຫົວຮຸນແຮງອື່ນໆ.

 

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...