Homeຂ່າວຕ່າງປະເທດຈີນປະກາດຊ້ອມຮົບໃກ້ນ່ານຟ້າຍີ່ປຸ່ນ-ໄຕ້ຫວັນ

ຈີນປະກາດຊ້ອມຮົບໃກ້ນ່ານຟ້າຍີ່ປຸ່ນ-ໄຕ້ຫວັນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 16 ກໍລະກົດ 2017 ນີ້ວ່າ ກອງ ທັບຈີນອອກຖະແຫຼງການເມື່ອວັນເສົາວ່າປະຕິບັດການຊ້ອມຮົບ “ໄລຍະໄກ” ຕະຫລອດທັງອາທິດນີ້ ທີ່ຮວມເຖິງການບິນຜ່ານນ່ານຟ້າສາກົນຂອງຊ່ອງແຄບ ມິຍາໂກະ ທາງພາກໃຕ້ຂອງຍີ່ປຸ່ນ  ແລະ ຊ່ອງແຄບບາຊີ ທີ່ຢູ່ທາງພາກໃຕ້ຂອງເກາະໄຕ້ຫວັນໃກ້ກັບນ່ານນ້ຳທາງພາກເໜືອຂອງຟິລີບປິນ “ເພື່ອເປັນການທົດສອບສັກກະຍະພາບເພື່ອປ້ອງ ກັນອະທິປະໄຕເໜືອໜ້ານ້ຳທະເລ” ໂດຍລະບຸດ້ວຍວ່າການຊ້ອມຮົບລັກສະນະທີ່ເປັນໄປຕາມກອບຂອງກົດ ໝາຍລະຫວ່າງປະເທດ ຈະເກີດຂຶ້ນຢ່າງຕໍ່ເນື່ອງຕະຫຼອດຊ່ວງໄລຍະເຄິ່ງປີຫຼັງ ແລະ ບໍ່ແມ່ນການ “ສົ່ງສັນຍານ” ເຖິງປະເທດໃດເນື່ອງຈາກມີການກະກຽມໄວ້ດົນແລ້ວ

ເຖິງແນວໃດກໍ່ຕາມ ກະຊວງປ້ອງກັນປະເທດຈີນມີຖະແຫລງການຕອບໂຕ້ຍີ່ປຸ່ນເມື່ອວັນສຸກທີ່ຜ່ານມາ ວ່າລັດຖະ ບານໂຕກຽວຄວນ “ເຮັດຕົວໃຫ້ເຄີຍຊິນ” ກັບການທີ່ເຮືອບິນຮົບຂອງຈີນບິນກາຍນ່ານຟ້າຂອງຍີ່ປຸ່ນບໍລິເວນຊ່ອງແຕບ ມິຍາໂກະ ຫຼັງສົ່ງເຮືອບິນຮົບ 6 ລຳ ຜ່ານເມື່ອອາທິດທີ່ຜ່ານມາ ແລະ ຍີ່ປຸ່ນອອກມາປະທ້ວງ

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...