spot_img
Homeຊີວິດແລະຄວາມຮັກເຮົາເປັນພຽງຂອງຫຼິ້ນ ຫຼື ເປັນຕົວຈິງ!

ເຮົາເປັນພຽງຂອງຫຼິ້ນ ຫຼື ເປັນຕົວຈິງ!

Published on

ຄວາມຮັກໃນບາງຄັ້ງມັນກໍ່ບໍ່ໄດ້ງົດງາມສະເໝີໄປ ເຊິ່ງບາງເທື່ອເຮົາອາດຈະເບິ່ງຄວາມຮັກຄັ້ງນີ້ເປັນຄວາມສຳພັນທີ່ຈິງຈັງ ແລະ ເຮົາບໍ່ຮູ້ວ່າອີກຝ່າຍນັ້ນຄິດຄືກັບເຮົາ ຫຼື ບໍ່ ດັ່ງນັ້ນໃນຄໍລຳ ຊີວິດ ກັບ ຄວາມຮັກ ມື້ນີ້ແອັດມິນເລີຍມີວິທີສັງເກດເບິ່ງເລື່ອງດັ່ງກ່າວມາຝາກ ເຊິ່ງຈະມີແນວໃດແນ່ນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ

ພຶດຕິກຳທີ່ບົ່ງບອກວ່າເຮົາເປັນພຽງຂອງຫຼິ້ນສຳລັບເຂົາສັງເກດໄດ້ດັ່ງນີ້:

  1. ເຂົາຈະຄິດຮອດທ່ານແຕ່ຕອນເມົາ ຫຼື ຕອນຄ່ຳເທົ່ານັ້ນ
  2. ເມື່ອສຳເລັດກິດຈະກຳເທິງຕຽງແລ້ວກໍ່ນອນຫັນຫຼັງໃສ່ທັນທີ ຫຼື ແຍກທາງໄປໃຜໄປມັນທັນທີ
  3. ປົກປິດເລື່ອງສ່ວນຕົວຂອງເຂົາທຸກເລື່ອງຕະຫຼອດເວລາ
  4. ອອກໄປທ່ຽວນຳກັນທຸກເທື່ອຈະບໍ່ຈົບພຽງແຕ່ໄປກິນເຂົ້າ, ຍ່າງຫຼິ້ນ ຫຼື ເບິ່ງໜັງເທົ່ານັ້ນ ຕ້ອງມີກິດຈະກຳຢ່າງວ່າພ້ອມ
  5. ເມື່ອເວລາທີ່ເຂົາຂໍມີເພດສຳພັນນຳຫາກທ່ານປະຕິເສດເຂົາຈະບໍ່ພໍໃຈ ຈະຕໍ່ວ່າທ່ານ ຫຼື ເຮັດເສີຍຊາໃສ່ທ່ານທັນທີ

ຫາກຄົນທີ່ທ່ານກຳລັງຄົບຢູ່ມີພຶດຕິກຳແບບນີ້ ຮັບຮອງເລີຍວ່າເຂົາຍັງບໍ່ທັນໄດ້ຈິງຈັງກັບທ່ານເທື່ອ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...