Homeຂ່າວຕ່າງປະເທດຈີນມອບລົດເມໂດຍສານ 100​ ຄັນ ໃຫ້ກຳປູເຈຍ ເພື່ອຂະຫຍາຍລະບົບຂົນສົ່ງມວນຊົນຢູ່ເມືອງຫລວງ

ຈີນມອບລົດເມໂດຍສານ 100​ ຄັນ ໃຫ້ກຳປູເຈຍ ເພື່ອຂະຫຍາຍລະບົບຂົນສົ່ງມວນຊົນຢູ່ເມືອງຫລວງ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກໍລະກົດນີ້ວ່າ ທາງການຈີນໄດ້ສົ່ງມອບການຊ່ວຍເຫລືອລົດເມໂດຍສານ ຈຳນວນ 100 ຄັນ ໃຫ້ແກ່ກຳປູເຈຍ ເພື່ອນຳໄປໃຊ້ເຂົ້າໃນການຂະຫຍາຍ ລະບົບຂົນສົ່ງໂດຍສານມວນຊົນ ພາຍໃນນະຄອນຫລວງພະນົມເປັນ ຊຶ່ງມີປະຊາກອນປະມານ 2.5 ລ້ານຄົນ, ແຕ່ຍັງມີສະພາບການສັນຈອນແອອັດ ອີງຕາມສະຖິຕິປັດຈຸບັນ ທົ່ວນະຄອນຫລວງຂອງກຳປູເຈຍ ມີລົດຈັກປະມານ 1.5 ລ້ານຄັນ ແລະ ລົດໃຫຍ່ອີກປະມານ 30,000 ຄັນ.

ເຈົ້າຄອງນະຄອນຫລວງພະນົມເປັນ ໄດ້ກ່າວໃນພິທີມອບຮັບລົດດັ່ງກ່າວວ່າ ການບໍລິຈາກຂອງຈີນໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມສຳພັນໃກ້ຊິດລະຫວ່າງສອງປະເທດ ແລະ ຈະຊ່ວຍແກ້ໄຂບັນຫາການສັນຈອນແອອັດ ຕະຫລອດຮອດມົນລະພິດທາງອາກາດ ພ້ອມທັງຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງ ຂອງປະຊາຊົນຜູ້ມີລາຍໄດ້ຕ່ຳອີກດ້ວຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...