Homeຂ່າວຕ່າງປະເທດກຳປູເຈຍສັ່ງຫ້າມສົ່ງອອກດິນຊາຍ ຫລັງສົ່ງຂາຍໃຫ້ສິງກະໂປຖົມເກາະຫລາຍປີ ຫ່ວງກະທົບສິ່ງແວດລ້ອມ

ກຳປູເຈຍສັ່ງຫ້າມສົ່ງອອກດິນຊາຍ ຫລັງສົ່ງຂາຍໃຫ້ສິງກະໂປຖົມເກາະຫລາຍປີ ຫ່ວງກະທົບສິ່ງແວດລ້ອມ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ກໍລະກົດຜ່ານມານີ້ວ່າ ໂຄສົກກະຊວງບໍ່ແຮ່ ແລະ ພະລັງງານກຳປູເຈຍ ໄດ້ອອກມາເປີດເຜີຍ ລັດຖະບານກຳປູເຈຍໄດ້ຕົກລົງຫ້າມສົ່ງອອກດິນຊາຍທັງໝົດ ເນື່ອງຈາກຖືກກົດດັນຈາກກຸ່ມນັກສິ່ງແວດລ້ອມ ທີ່ຮຽກຮ້ອງໃຫ້ຢຸຕິການຂຸດບໍ່ຊາຍເພື່ອສົ່ງອອກ ເພາະສົ່ງຜົນກະທົບຕໍ່ລະບົບນິເວດຊາຍຝັ່ງ ແລະ ພື້ນທີ່ອ້ອມຮອບຢ່າງຮຸນແຮງ.

ການຕັດສິນໃຈດັ່ງກ່າວຂອງລັດຖະບານກຳປູເຈຍ ຖືເປັນການສິ້ນສຸດຢ່າງເປັນທາງການ ສຳລັບການຂາຍດິນຊາຍໃຫ້ແກ່ສິງກະໂປທີ່ດຳເນີນມາເປັນເວລາຫລາຍປີ, ທັງນີ້ ສິງກະໂປ ເປັນຕະຫລາດຊື້ດິນຊາຍລາຍໃຫຍ່ຂອງກຳປູເຈຍ ເພື່ອນຳໄປຖົມຂະຫຍາຍພື້ນທີ່ຊາຍຝັ່ງຂອງປະເທດ ໂດຍອີງຕາມຂໍ້ມູນຈາກລັດຖະບານກຳປູເຈຍ ສິງກະໂປໄດ້ນຳເຂົ້າດິນຊາຍແລ້ວທັງໝົດ ປະມານ 16 ລ້ານໂຕນ ນັບຕັ້ງແຕ່ປີ 2007 ເປັນຕົ້ນມາ, ໃນຂະນະທີ່ຕົວເລກຂອງ ອົງການສະຫະປະຊາຊາດ ໄດ້ລະບຸວ່າ ສິງກະໂປນຳເຂົ້າດິນຊາຍຈາກກຳປູເຈຍ ຫລາຍກວ່າ 72 ລ້ານໂຕນ ມູນຄ່າກວ່າ 740 ລ້ານໂດລາ ນັບຕັ້ງແຕ່ປີ 2007 ເປັນຕົ້ນມາ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...