spot_img
Homeຂ່າວພາຍ​ໃນຈົ່ງຮໍ່າຮຽນເອົາແບບຢ່າງທີ່ດີເລີດຂອງ ປະທານສຸພານຸວົງ ເຈົ້າຊາຍແດງແຫ່ງການປະຕິວັດລາວ!

ຈົ່ງຮໍ່າຮຽນເອົາແບບຢ່າງທີ່ດີເລີດຂອງ ປະທານສຸພານຸວົງ ເຈົ້າຊາຍແດງແຫ່ງການປະຕິວັດລາວ!

Published on

ວັນທີ 13 ກໍລະກົດນີ້ ກົງກັບວັນຄ້າຍວັນເກີດຂອງ ປະທານສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກອີກຄົນນຶ່ງຂອງການປະຕິວັດລາວ ເຊິ່ງໄດ້ໝູນວຽນມາບັນຈົບຄົບຮອບ 108 ປີ (13 ກໍລະກົດ 1909 – 13 ກໍລະກົດ 2017) ທັງນີ້ ເພື່ອສະແດງຄວາມກະຕັນຍູຮູ້ຄຸນ ຈິ່ງຂໍອະນຸຍາດນຳສະເໜີແບບຢ່າງທີ່ດີງາມຂອງປະທານສຸພານຸວົງ ທີ່ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ການປະຕິວັດ ໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ.

ປະທານສຸພານຸວົງ ແມ່ນເຊື້ອເຈົ້າ ເປັນໂອລົດຂອງເຈົ້າມະຫາອຸປະລາດບຸນຄົງ ແລະ ໝ່ອມຄຳອ້ວນ ໄດ້ຮັບການອົບຮົມສຶກສາເປັນຢ່າງດີທັງຮຽນຢູ່ພາຍໃນ ແລະ ຕ່າງປະເທດ ຢູ່ໃນຖານະດັ່ງກ່າວທ່ານປະທານສາມາດດຳລົງຊີວິດຢ່າງສະໜຸກສຸກສະບາຍໃນສັງຄົມ ແຕ່ທ່ານກໍບໍ່ເລືອກເສັ້ນທາງນັ້ນ! ໃນຂະນະທີ່ປະເທດຊາດຍັງຖືກຮຸກຮານຈາກພວກຈັກກະພັດລ່າເມືອງຂຶ້ນ ເຊິ່ງພາຍຫຼັງການປະຕິວັດເດືອນສິງຫາຢູ່ຫວຽດນາມໄດ້ຮັບໄຊຊະນະ ປະທານໂຮ່ຈິມິນ ກໍໄດ້ເຊີນປະທານສຸພານຸວົງ ທີ່ພວມເຮັດວຽກຢູ່ເມືອງວິນ ໄປນະຄອນຮ່າໂນ້ຍ ເພື່ອພົບປະ ຫຼັງຈາກນັ້ນເພິ່ນກໍໄດ້ຮັບການຊ່ອຍເຫຼືອຈາກຜູ້ນຳຫວຽດນາມ ຈັດຕັ້ງກອງທະຫານປະສົມລາວ-ຫວຽດນາມຂຶ້ນຢູ່ລາວ ເພື່ອດຳເນີນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຍາດເອົາຄວາມເປັນເອກະລາດມາໃຫ້ປະຊາຊົນລາວ ການພົບປະຄັ້ງນັ້ນ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງທີ່ສຸດ ໃນຊີວິດການເຄື່ອນໄຫວປະຕິວັດຂອງປະທານສຸພານຸວົງ.

ຫຼັງຈາກນັ້ນ ປະທານສຸພານຸວົງ ກໍໄດ້ເດີນທາງກັບຄືນປະເທດ ຕາມເສັ້ນທາງເລກທີ 9 ເມື່ອຮອດເມືອງເຊໂປນ ແຂວງສະຫວັນນະເຂດ ເພິ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຊາວເມືອງ ແລະ ໃນທີ່ນັ້ນ ປະທານສຸພານຸວົງ ໄດ້ກ່າວປາໄສຕໍ່ໜ້າຝູງຊົນທີ່ມາເຕົ້າໂຮມກັນຢ່າງຫຼວງຫຼາຍເປັນຄັ້ງທຳອິດ ໂດຍທ່ານໄດ້ກ່າວວ່າ “ ແຜ່ນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ ດັ່ງນັ້ນ ພວກເຮົາທຸກຄົນຕ້ອງສາມັກຄີກັນ ໂຮມແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້ ”  ຄຳເວົ້ານີ້ ໄດ້ກາຍເປັນກຳລັງແຮງມະຫາສານ ປະກອບສ່ວນເຂົ້າໃນການປຸກລະດົມປະຊາຊົນລາວບັນດາເຜົ່າ ໃຫ້ສາມັກຄີກັນລຸກຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໃນເວລາຕໍ່ມາ.

ນີ້ແມ່ນຈຸດເລີ່ມຕົ້ນແຫ່ງພາລະກິດປະຕິວັດທີ່ຍິ່ງໃຫຍ່ຂອງປະທານສຸພານຸວົງ ເປັນບາດລ້ຽວໃຫຍ່ຫຼວງທີ່ສຸດໃນຊີວິດຂອງເພິ່ນ ເປັນການເປີດສາກໄລຍະແຫ່ງການອຸທິດເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດຂອງປະຊາຊົນລາວຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່  ປີ 1945 ປະຊາຊົນລາວໄດ້ລຸກຮືຂຶ້ນຍຶດອຳນາດຢູ່ວຽງຈັນ ແລະ ໄດ້ປະກາດສ້າງຕັ້ງລັດຖະບານລາວອິດສະຫຼະຂຶ້ນ ປະທານສຸພາສຸວົງ ກໍໄດ້ຮັບການແຕ່ງຕັ້ງໃຫ້ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ທັງດຳລົງຕຳແໜ່ງຜູ້ບັນຊາການສູງສຸດຂອງກອງກຳລັງປະກອບອາວຸດອິດສະຫຼະ ພາຍໃຕ້ການບັນຊາຂອງເພິ່ນແມ່ນມີຫຼາຍບັ້ນຮົບເດັ່ນ ໃນນັ້ນ ກໍມີບັ້ນຮົບປ້ອງກັນໂຕເມືອງທ່າແຂກທີ່ລືຊື່ ເມື່ອພວກລ່າເມືອງຂຶ້ນຝຣັ່ງ ກັບຄືນມາຮຸກຮານປະເທດເຮົາເປັນຄັ້ງທີສອງ ເຖິງວ່າພວກສັດຕູຈະມີກຳລັງພົນພ້ອມອາວຸດຍຸດທະພັນຫຼາຍກວ່າ ແລະ ທັນສະໄໝກວ່າຫຼາຍເທົ່າ ພ້ອມທັງໄດ້ຮັບການສະໜັບສະໜູນຈາກເຮືອນບິນຖິ້ມລະເບີດຈຳນວນຫຼາຍລຳ ແຕ່ກຳລັງປະກອບອາວຸດປະສົມລາວ-ຫວຽດນາມ ພາຍໃຕ້ການບັນຊາຂອງປະທານສຸພານຸວົງ ກໍໄດ້ສູ້ຮົບຢ່າງພິລະອາດຫານຫຼາຍວັນ ສົ່ງຜົນໃຫ້ເພິ່ນໄດ້ຮັບບາດເຈັບສາຫັດຈິ່ງຍອມໄປປິ່ນປົວ ແລະ ກັບຄືນມາສືບຕໍ່ນຳພາການປະຕິວັດຈົນໄດ້ຮັບໄຊຊະນະ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ປະທານສຸພານຸວົງ ກໍໄດ້ຮັບພາລະໜ້າທີ່ໜັກໜ່ວງ ແລະ ຍິ່ງໃຫຍ່ໃນນາມປະທານປະເທດ ທັງເປັນປະທານສະພາປະຊາຊົນສູງສຸດ ເຊິ່ງທ່ານປະທານສຸພານຸວົງ ໄດ້ເຮັດວຽກຢ່າງໜັກຮ່ວມກັບຄະນະນຳເພື່ອນຳພາປະເທດຊາດທີ່ຍັງອ່ອນນ້ອຍ ແລະ ຖືກສັດຕູບີບຮັດໃນທຸກດ້ານໃຫ້ສາມາດຜ່ານຜ່າພາຍຸລົມແດງມາໄດ້ ແລະ ເຕີບໃຫຍ່ຂຶ້ນຢ່າງໝັ້ນຄົງເຖິງປັດຈຸບັນ.

ພາສິດບູຮານລາວເຄີຍສອນໄວ້ວ່າ “ເມື່ອໄດ້ກິນເຂົ້າ ກໍໃຫ້ຄິດເຖິງຄຸນນາ ເມື່ອໄດ້ກິນປາ ກໍໄດ້ຄິດເຖິງຄຸນນ້ຳ ” ພວກເຮົາພະນັກງານ ສະມາຊິກພັກ ທະຫານ  ຕຳຫຼວດ  ກຳມະກອນ ແລະ ປະຊາຊົນບັນດາເຜົ່າທີ່ເປັນຜູ້ສືບທອດ ຄວນສະແດງອອກເຖິງຄວາມກະຕັນຍູຮູ້ຄຸນ ໂດຍການຮ່ຳຮຽນເອົາແບບຢ່າງການເສຍສະຫຼະຄວາມສຸກສ່ວນໂຕເພື່ອສ່ວນຮວມ ນ້ຳໃຈປະຕິວັດສຸດກົດສຸດປາຍ ການດຳລົງຊີວິດທີ່ລຽບງ່າຍ ປອດໃສ ຂາວສະອາດ ແລະ ປະຢັດຊັດທ່ຽງ ຮ່ຳຮຽນເອົານ້ຳໃຈພິລະອາດຫານບໍ່ຍອມຈຳນົນຕໍ່ສັດຕູ ແລະ ນ້ຳໃຈອົດທົນພາກພຽນດຸໝັ່ນໃນການສຶກສາຮ່ຳຮຽນ ເຖິງແມ່ນຈະຢູ່ໃນສະພາບການໃດ ປະທານສຸພານຸວົງ ກໍມີຄວາມທຸ່ນທ່ຽງ ມີຫຼັກໝັ້ນ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນ ປະທານສຸພານຸວົງ ຢູ່ໃນດວງໃຈຂອງປະຊາຊົນລາວເຮົາຕະຫຼອດໄປ!.

ບົດຂ່າວໂດຍ: ສ.ບົວພາ (ວຽງຈັນວັນນີ້)

ບົດຄວາມຫຼ້າສຸດ

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...