Homeຂ່າວພາຍ​ໃນທະນາຄານກາງ ແຫ່ງ ສປປ ລາວ ແລະ ສ.ເກົາ​ຫຼີ ເພີ່ມທະວີຄວາມຮ່ວມມືດ້ານວິຊາການຮ່ວມກັນ

ທະນາຄານກາງ ແຫ່ງ ສປປ ລາວ ແລະ ສ.ເກົາ​ຫຼີ ເພີ່ມທະວີຄວາມຮ່ວມມືດ້ານວິຊາການຮ່ວມກັນ

Published on

ການຮ່ວມມືກັນລະຫວ່າງ ທະນາຄານ ແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານກາງ ສ.ເກົາຫຼີ ທີ່ເລີ່ມແຕ່ສົກປີ 2016 ເປັນຕົ້ນມາ ໂດຍເນັ້ນໃສ່ດ້ານວິຊາການທີ່ກ່ຽວກັບທຸລະກຳທາງການເງິນ ເພື່ອຍົກສູງຄຸນະພາບການບໍລິການ ຮວມເຖິງການບໍລິຫານຈັດການຢ່າງທັນສະໄໝ ແລະ ປອດໄພ ທັງເຊື່ອມໂຍງໄດ້ກັບລະບົບຂອງສາກົນ ໂຄງການດັ່ງກ່າວເປັນຂີດໝາຍສໍາຄັນໃນການເສີມສ້າງມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ເຊິ່ງນອກຈາກຈະເປັນການແລກປ່ຽນທາງດ້ານວິຊາການຂອງທັງສອງທະນາຄານກາງແລ້ວ ຍັງສາມາດນໍາເອົາບົດຮຽນມາໝູນໃຊ້ ເຂົ້າໃນການປັບປຸງລະບົບການຊໍາລະສະສາງຂອງ ທຫລ ໃນອະນາຄົດ.

ການຮ່ວມມືດ້ານວິຊາການຂອງທັງສອງທະນາຄານກາງ ຂອງ ສປປ ລາວ ແລະ ສ.ເກົາຫຼີ ໃນຄັ້ງນີ້ ຖືເປັນຄັ້ງທີ 3 ເຊິ່ງຫຼ້າສຸດກໍມີການເຊັນບົດບັນທຶກການຮ່ວມມື ຫຼັງຈາກນັ້ນກໍຈະດຳເນີນຂັ້ນຕອນການຈັດຕັ້ງປະຕິບັດໂຄງການໃຫ້ສໍາເລັດໃນທ້າຍປີ 2017 ພ້ອມກັນນັ້ນ ຍັງມີການຈັດ​ສໍາມະນາໄຂໂຄງການຮ່ວມມືທາງດ້ານວິຊາການລະຫວ່າງ ທຫລ ແລະ ທະນາຄານກາງ ສ.ເກົາຫຼີ ເຊິ່ງຈັດຂຶ້ນເມື່ອວັນທີ 04 ກໍລະກົດ 2017 ຜ່ານມາ ທີ່ນະຄອນຫຼວງວຽງຈັນ ທັງນີ້ ຕາງໜ້າ ທຫລ ມີທ່ານ ນາງ ຈັນສຸກ ພົມມະວັນ ຮອງຫົວໜ້າກົມພົວພັນສາກົນ ແລະ ຕາງໜ້າທະນາຄານກາງ ສ.ເກົາຫຼີ ໂດຍ ທ່ານ Lee Sun Jang ຮອງຫົວໜ້າກົມຮ່ວມມື ​ໂດຍມີທ່ານ ໄຂ່ແກ້ວ ຫຼວງສີວິໄລ ຮັກສາການຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານ ທຫລ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທຫລ ໄດ້ຮັບການຊ່ອຍເຫຼືອຈາກທະນາຄານກາງ ສ.ເກົາຫຼີ ໃນໂຄງການແລກປ່ຽນຄວາມຮູ້ທາງດ້ານວິຊາການໃນຫົວຂໍ້ “ການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງລະບົບການຊໍາລະສະສາງ” ໂຄງການດັ່ງກ່າວເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນພຶດສະພາ ແລະ ສໍາເລັດໃນເດືອນທັນວາ 2016 ຜ່ານການຈັດຕັ້ງປະຕິບັດເຫັນວ່າ ມີຜົນສໍາເລັດ ແລະ ມີປະໂຫຍດຕໍ່ພະນັກງານຂອງ ທຫລ ຈໍານວນນຶ່ງ ເຊິ່ງໄດ້ປະກອບສ່ວນເຂົ້າໃນການສ້າງຄວາມອາດສາມາດ ດ້ານການຄົ້ນຄວ້າວຽກງານວິຊາການ ແລະ ຂຽນບົດຄົ້ນຄວ້າແລກປ່ຽນກັບສາສະດາຈານຈາກມະຫາວິທະຍາໄລຂອງ ສ. ເກົາຫຼີ ໂດຍໄດ້ຈັດສໍາມະນາຢູ່ລາວ 2 ຄັ້ງ ແລະ ຢູ່ ສ. ເກົາຫຼີ 1 ຄັ້ງ ຫຼັງຈາກນັ້ນ ທະນາຄານກາງ ສ.ເກົາຫຼີ ກໍໄດ້ສືບຕໍ່ໃຫ້ການຊ່ອຍເຫຼືອແກ່ ທຫລ ໃນສົກປີ 2017 ໃນການແລກປ່ຽນທາງດ້ານວິຊາການໃນຫົວຂໍ້ “ການສ້າງແຜນຫັນເປັນທັນສະໄໝຂອງລະບົບຊໍາລະສະສາງ ສປປ ລາວ” ເພື່ອສົ່ງເສີມການຫຼຸດຜ່ອນການນໍາໃຊ້ເງິນສົດ ເຊິ່ງຮູບແບບການຈັດຕັ້ງປະຕິບັດກໍຄ້າຍຄືກັບໂຄງການຂອງປີຜ່ານມາ ທີ່ປະກອບມີການຈັດສໍາມະນາແລກປ່ຽນຄວາມຮູ້ ແລະ ການປະກອບສ່ວນຂຽນບົດຄົ້ນຄວ້າຮ່ວມກັນ.

 

ແຫລ່ງຂ່າວ: ວຽງຈັນວັນນີ້

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...