Homeຂ່າວທ້ອງຖິ່ນສະພາປະຊາຊົນແຂວງຄຳມ່ວນ ຈະໄຂກອງປະຊຸມສະໄໝສາມັນ ເທື່ອທີ 3 ແຕ່ 18-21 ກໍລະກົດນີ້

ສະພາປະຊາຊົນແຂວງຄຳມ່ວນ ຈະໄຂກອງປະຊຸມສະໄໝສາມັນ ເທື່ອທີ 3 ແຕ່ 18-21 ກໍລະກົດນີ້

Published on

ຂປລ. ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 3 ຂອງ​ສະພາ​ປະຊາຊົນ (ສສຂ) ​ແຂວງຄຳ​ມ່ວນ ຊຸດ​ທີ I ​ເຊິ່ງຈະ​ໄດ້​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 18-21 ກໍລະກົດ2017 ທີ່​ສະ​ໂມ​ສອນ 21 ມີນາ ​ແຂວງ​ຄຳ​ມ່ວນ ເຊິ່ງຈະ​ໄດ້​ຮັບ​ຟັງ​ການ​ລາຍ​ງານ, ພິຈາລະນາ ​ແລະ ຕົກລົງ​ບັນ​ຫາ​ສຳຄັນຕ່າງໆ​ຂອງ​ແຂວງ.


ທ່ານ ສົ
​ມ​ໃຈ ​ເພັດ​ສີນ​ວນ ປະທານ​ສະພາ​ປະຊາຊົນ​ແຂວງ​ຄຳ​ມ່ວນ ​ໄດ້​ຖະ​ແຫລ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ ໃນ​ວັນ​ທີ 11 ກໍລະກົດ 2017 ນີ້​ວ່າ: ​ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ ບັນດາ ສສຂ ຮັບ​ຟັງ​ການ​ລາຍ​ງານ, ພິຈາລະນາ ​ແລະ ຕົກລົງ​ຫລາຍ​ບັນຫາ​ສຳຄັນ ​ເປັນ​ຕົ້ນ ພິຈາລະນາ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ແຂວງ​ ກ່ຽວກັບ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ພັດທະນາ​ເສດຖະກິດ–ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ 6 ​ເດືອນ​ຕົ້ນ​ປີ ​ແລະ ທິດ​ທາງ​ແຜນການ 6 ​ເດືອນ​ທ້າຍ​ປີ 2017, ຮັບ​ຟັງ​ການ​ລາຍ​ງານ​ຂອງ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ກ່ຽວກັບ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ພັດທະນາ ​ເສດຖະກິດ–ສັງຄົມ​ຂອງ​ແຂວງ, ການຈັດ​ຕັ້ງ​ປະຕິບັດ​ ແຜນ​ງົບປະມານ​ແຫ່ງ​ລັດ ຂອງ​ພະ​ແນ​ກການ​ເງິນ​ແຂວງ, ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສະ​ໄໝສາມັນ​ ເທື່ອ​ທີ 2 ຂອງ​ສະພາ​ປະຊາຊົນ​ແຂວງ ​ໃນ​ຂົງ​ເຂດ​ຊັບ​ພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ຂົງ​ເຂດ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ສືບສວນ–ສອບ​ສວນ ​ແລະ ວຽກງານ​ຈະລາຈອນ ຂອງ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ຮັບ​ຟັງ​ການ​ລາຍ​ງານກ່ຽວກັບ ການຈັດ​ຕັ້ງ​ປະຕິບັດ​ວຽກງານ​ອົງການ​ໄອ​ຍະ​ການ​ປະຊາຊົນ​ແຂວງ, ວຽກງານ​ສານ​ປະຊາຊົນ​ແຂວງ ປະຈຳ 6 ​ເດືອນ​ຕົ້ນ​ປີ ​ແລະ ​ແຜນການ 6 ​ເດືອນ​ທ້າຍ​ປີ, ພິຈາລະ​ນາ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ກ່ຽວກັບ​ ການຈັດ​ຕັ້ງ​ປະຕິບັດ​ ແຜນການ​ເຄື່ອນ​ໄຫວ​ວຽກງານ​ຂອງ​ ສະມາຊິກ​ສະພາ​ປະຊາຊົນ​ແຂວງ ​ໃນລະຫວ່າງ​ກອງ​ປະຊຸມ​ ສະ​ໄໝສາມັນ​ເທື່ອ​ທີ 1 ​ແລະ 2 ຂອງ​ສະພາ​ປະຊາຊົນ​ແຂວງ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...