Homeຂ່າວການພັດທະນາເຂື່ອນໄຟຟ້າດອນສະໂຮງ ຄືບໜ້າ 31% ຄາດສໍາເລັດພາຍໃນປີ 2019

ເຂື່ອນໄຟຟ້າດອນສະໂຮງ ຄືບໜ້າ 31% ຄາດສໍາເລັດພາຍໃນປີ 2019

Published on

ຂປລ. ອາທິດຜ່ານມານີ້, ທ່ານ ໂມ ໄອນິ ອາຕານ ( Mohd Aini Atan) ເອກອັກຄະລັດຖະທູດມາເລເຊຍປະຈໍາລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມໂຄງການກໍ່ສ້າງ​ເຂື່ອນໄຟຟ້າດອນ​ສະ​ໂຮງ ຢູ່ແຂວງຈໍາປາສັກ ຂະນະທີ່ການຈັດຕັ້ງປະຕິບັດວຽກງານຂອງໂຄງການດັ່ງກ່າວຄືບໜ້າ 31% ແລະ ຄາດວ່າຈະສໍາເລັດພາຍໃນປີ 2019 ນີ້.

ລະຫວ່າງຢ້ຽມຢາມຄັ້ງນີ້, ທ່ານ ຊິມ ຊີ ເຊັງ ຜູ້ຄວບຄຸມຝ່າຍວຽກງານກໍ່ສ້າງໄດ້ແຈ້ງໃຫ້ຊາບວ່າ: ໂຄງການກໍ່ສ້າງ​ເຂື່ອນໄຟຟ້າດອນ​ສະ​ໂຮງຕັ້ງ ຢູ່ເມືອງໂຂງ ແຂວງຈຳປາສັກ ມາ​ຮອດ​ປັດຈຸບັນ ການກໍ່ສ້າງໂດຍລວມສຳເລັດ 31 % ພາຍຫລັງດຳເນີນການກໍ່ສ້າງ ມາແຕ່ເດືອນຕຸລາ 2015 ຄາດວ່າຈະໃຫ້ສຳເລັດ 100% ໃນ ທ້າຍປີ 2019 ປັດຈຸບັນ ພວມດຳເນີນສ້າງບ່ອນໂຮງຜະລິດໄຟຟ້າ ​ແລະ ອື່ນໆ.

ໂອກາດດັ່ງກ່າວນີ້ ທ່ານເອກອັກຄະລັດຖະທູດມາເລເຊຍ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ດີໃຈທີ່ເຫັນວ່າກໍ່ສ້າງໂຄງການຕົວຈິງ ມີຄວາມຄືບໜ້າຫລາຍ ແລະ ເຊື່ອວ່າໂຄງການນີ້ພາຍໃຕ້ການລົງທຶນຂອງນັກທຸລະກິດມາເລເຊຍ ຈະປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຈະຊ່ວຍເຮັດໃຫ້ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາພາຍໃນປີ 2020. ພ້ອມນີ້ ທ່ານ ໂມ ໄອນິ ອາຕານ ກໍໄດ້ແນະນໍາໃຫ້ກຸ່ມນັກທຸລະກິດດັ່ງກ່າວ ຕ້ອງເອົາໃຈໃສ່ປະຕິບັດຕາມລະບຽບກົດໝາຍ ແລະ ຮັກສາໃຫ້ໄດ້ຄວາມເປັນລະບຽບຮ້ອຍ.

ເຂື່ອນໄຟຟ້າດອນ​ສະ​ໂຮງ ເປັນຝາຍນໍ້າລົ້ນທີ່​ບໍ່​ມີ​ການເກັບ​ກັກ​ນ້ຳ ​ໂດຍ​ແມ່ນ​ບໍລິສັດ​​ເມັກ​ກະ​ເຟີ​ສຈາກ​ປະ​ເທດ​ມາ​ເລ​ເຊຍ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ, ລວມມູນ​ຄ່າການລົງທຶນທັງໝົດ ​ຫລາຍ​ກວ່າ 500 ລ້ານ ​ໂດລາ​ສະຫະລັດ, ​ໃນ​ນັ້ນ ບໍລິສັດ​ດັ່ງກ່າວ ຖື​ຮຸ້ນ 80% ​ແລະ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ຖື​ຮຸ້ນ 20%, ມີ​ອາຍຸ​ສຳ​ປະທານ 25 ປີ ​ເຊິ່ງເຂື່ອນດັ່ງກ່າວ ປະກອບ​ມີ4  ​ເຄື່ອງ​ຈັກ, ມີ​ກຳລັງ​ການ​ຕິດ​ຕັ້ງ 260  ເມ​ກາວັດ, ສາມາດຜະລິດກະແສໄຟຟ້າ ໄດ້ສະ​ເລ່ຍ2.000 ກວ່າກິກກາ​ວັດ​ໂມງ​ຕໍ່​ປີ ພາຍຫລັງ ສ້າງສຳເລັດ ແລະ ເປີດໃຊ້ຢ່າງເປັນທາງການ ຈະສົ່ງກະແສໄຟຟ້າ ໃຫ້ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ 100%.
ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...