Homeຂ່າວພາຍ​ໃນນັກລົງທຶນທຸ້ມ 2 ລ້ານກວ່າໂດລາ ປູກ-ລ້ຽງ-ສ້າງໂຮງງານປຸງແຕ່ງນົມງົວ ຢູ່ແຂວງເຊກອງ

ນັກລົງທຶນທຸ້ມ 2 ລ້ານກວ່າໂດລາ ປູກ-ລ້ຽງ-ສ້າງໂຮງງານປຸງແຕ່ງນົມງົວ ຢູ່ແຂວງເຊກອງ

Published on

ຂປລ. ນັກລົງທຶນຕ່າງປະເທດຕັດສິນໃຈລົງທຶນ 2 ລ້ານກວ່າໂດລາສະຫະລັດ ເຂົ້າໃນໂຄງການປູກຝັງ, ລ້ຽງສັດ, ຕັ້ງໂຮງງານປຸງແຕ່ງນໍ້ານົມງົວ ແລະ ສົ່ງເສີມປະຊາຊົນໃຫ້ມີສ່ວນຮ່ວມ.

ພິທີເຊັນສັນຍາໄດ້ຈັດຂຶ້ນ ໃນວັນທີ 11 ກໍລະກົດ 2017 ທີ່ແຂວງເຊກອງ, ເຊັນຕາງໜ້າແຂວງເຊກອງໂດຍ ທ່ານ ທອງຄໍາ ມະນີວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ແລະ ຕາງໜ້າໃຫ້ ບໍລິສັດ ລາວ F&F Organic ຮ່ວມທຸລະກິດຈໍາກັດ ໂດຍ ທ່ານ ເຈິ້ນ ສີ ຖິ້ງ ປະທານບໍລິສັດ ແລະ ເປັນສັກຂີພິຍານໂດຍ ທ່ານ ເຫຼັກໄຫຼ ສີວິ ໄລ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດຂັ້ນແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມເປັນສັກຂີພິຍານ.

ສໍາລັບສັນຍາພັດທະນາໂຄງການປູກຝັງ, ລ້ຽງສັດ, ສ້າງຕັ້ງໂຮງງານປຸງແຕ່ງນໍ້ານົມງົວ ແລະ ສົ່ງເສີມປະຊາຊົນ ໂດຍກໍານົດອາຍຸສັນຍາຂອງໂຄງການ ແມ່ນໄລຍະ 30 ປີ ສ່ວນການຈັດຕັ້ງປະຕິບັດໂຄງການ ແມ່ນນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ມູນຄ່າການລົງທຶນທັງໝົດ 2.500.000 ໂດລາສະຫະລັດ ໃນເນື້ອທີ່ທັງໝົດ 110 ເຮັກຕາ, ບໍລິສັດຮັບຜິດຊອບ 100% ໃນການຊອກຫາແຫລ່ງທຶນ ເພື່ອຕອບສະໜອງໃຫ້ແກ່ການດໍາເນີນໂຄງການ ຕາມມູນຄ່າການລົງທຶນ. ໃນນີ້, ເຂດພັດທະນາການລົງທຶນປູກຝັງ, ລ້ຽງສັດ, ສ້າງຕັ້ງໂຮງງານປຸງແຕ່ງນໍ້ານົມ ແລະ ໂຄງການສົ່ງເສີມປະຊາຊົນແມ່ນ ຕິດພັນກັບການຊຸກຍູ້ໃຫ້ປະຊາຊົນ ສ້າງອາຊີບໝັ້ນຄົງ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ເຂດບ້ານຕິ້ວ, ບ້ານປະຫືງ, ບ້ານຈະນໍາ ແລະບ້ານອື່ນໆ ຂອງເມືອງລະມາມ ແຂວງເຊກອງ.
ພ້ອມດຽວກັນນີ້ ຍັງມີກິດຈະການລົງທຶນສໍາປະທານດິນປູກອ້ອຍ, ສ້າງຕັ້ງໂຮງງານນໍ້າຕານປອດສານພິດ ແລະ ສົ່ງເສີມປະຊາຊົນໄດ້ກໍານົດໄວ້ ໃນສັນຍາສົ່ງເສີມໃຫ້ປະຊາຊົນປູກໃນເນື້ອທີ່ປະຊາຊົນ ແລະ ຖືເປັນສ່ວນໜຶ່ງຂອງສັນຍາ ໃນຄັ້ງນີ້ ໂດຍກໍານົດແຜນການດໍາເນີນໂຄງການແບ່ງອອກເປັນ 2 ໄລຍະຄື: ໄລຍະການບຸກເບີກກໍ່ສ້າງອາຄານຕ່າງໆ ໃຊ້ເວລາ 2 ປີ ແລະ ດໍາເນີນການປູກອ້ອຍ ໃຫ້ສໍາເລັດພາຍໃນປີທີ 1 ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...