spot_img
Homeຂ່າວການພັດທະນານິວຊີແລນ ຍິນດີຈະສືບຕໍ່ຊ່ວຍເຫລືອແຂວງຊຽງຂວາງ ດ້ານການທ່ອງທ່ຽວ ແລະ ພິພິທະພັນ

ນິວຊີແລນ ຍິນດີຈະສືບຕໍ່ຊ່ວຍເຫລືອແຂວງຊຽງຂວາງ ດ້ານການທ່ອງທ່ຽວ ແລະ ພິພິທະພັນ

Published on

ຂປລ. ​ໃນ​ໂອກາດ​ເຂົ້າ​ຢ້ຽມ​ຄຳນັບ ທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 11 ກໍລະກົດ 2017 ນີ້, ທ່ານ ຣອດຄໍເບັດ(Ross Corbett) ຊ່ຽວຊານ ໂຄງການທ່ອງທ່ຽວນີວຊີແລນລາວ ​ໄດ້ເຫັນດີທີ່​ຈະສືບຕໍ່ຊ່ວຍເຫລືອດ້ານການທ່ອງທ່ຽວ ແລະ ຫໍພິພິທະພັນ ຢູ່ແຂວງຊຽງຂວາງ ຈົນເຖິງເດືອນພຶດສະພາ ປີ 2020. ພ້ອມທັງຈະຄົ້ນຄວ້າ ຊ່ວຍເຫລືອດ້ານບຸກຄະລາກອນ ໂດຍການຈັດຝຶກອົບຮົມ ເພື່ອເຮັດໃຫ້ຫໍພິພິດຕະພັນ ແລະ ການທ່ອງທ່ຽວ ສາມາດກຸ້ມຕົນເອງແບບຍືນຍົງ.​​

ໂອກາດ​ນີ້, ທ່ານ​ເຈົ້າ​ແຂວງ​ຊຽງ​ຂວາງ ​ໄດ້​ໃຫ້​ຮູ້​ວ່າ: ໃນ​ໄລຍະຜ່ານມາ ນີວຊີແລ ໄດ້​ໃຫ້ການຊ່ວຍເຫລືອ ​ໃນຂົງເຂດວຽກງານເກັບກູ້ ແລະ ທຳລາຍລະເບີດທີ່ຕົກຄ້າງຢູ່ແຂວງຊຽງຂວາງດ້ານສັດຕະວະແພດການທ່ອງທ່ຽວ ແລະ ຫໍພິພິດຕະພັນ ລວມເປັນເງິນ 11 ລ້ານໂດລາສະຫະລັດ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...