Homeຂ່າວຕ່າງປະເທດການໂຈມຕີທາງອາກາດຂອງອາເມຣິກາ ໃສ່ກຸ່ມໄອເອັສຢູ່ຊີຣີ ມີພົນລະເຮືອນເສຍຊີວິດ ຫລາຍກວ່າ 200 ຄົນ

ການໂຈມຕີທາງອາກາດຂອງອາເມຣິກາ ໃສ່ກຸ່ມໄອເອັສຢູ່ຊີຣີ ມີພົນລະເຮືອນເສຍຊີວິດ ຫລາຍກວ່າ 200 ຄົນ

Published on

ສຳນັກຂ່າວເອເອບພີ ລາຍງານໃນວັນທີ 6 ກໍລະກົດຜ່ານມານີ້ວ່າ ນັບຕັ້ງແຕ່ມີການໂຈມຕີຈາກກຳລັງພັນທະມິດ ຊຶ່ງນຳໂດຍສະຫະລັດອາເມຣິກາ ຖິ້ມລະເບີດໃສ່ຖານທີ່ໝັ້ນສຳຄັນຂອງກຸ່ມລັດອິດສະລາມ ຫລື ໄອອັສ ໃນເມືອງຣັກກາ ປະເທດຊີຣີ ໄດ້ສົ່ງຜົນເຮັດໃຫ້ມີພົນລະເຮືອນເສຍຊີວິດແລ້ວເກີນກວ່າ 200 ຄົນ.

ກຸ່ມສັງເກດການສິດທິມະນຸດໃນຊີຣີ ຊຶ່ງມີສຳນັກງານຢູ່ປະເທດອັງກິດ ໄດ້ອອກມາເປີດເຜີຍວ່າ ຕັ້ງແຕ່ໄລຍະໜຶ່ງເດືອນຜ່ານມານີ້ ສະຫະລັດອາເມຣິກາ ໄດ້ສະໜັບສະໜູນການໂຈມຕີທາງອາກາດ ໃສ່ຖານທີ່ໝັ້ນຂອງກຸ່ມໄອເອັສມາໂດຍຕະຫລອດ ສົ່ງຜົນເຮັດໃຫ້ມີພົນລະເຮືອນເສຍຊີວິດໄປແລ້ວ ຢ່າງໜ້ອຍ 224 ຄົນ ຊຶ່ງໃນຈຳນວນນີ້ ມີເດັກນ້ອຍ 38 ຄົນ ແລະ ແມ່ຍິງອີກ 28 ຄົນ.

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...