Homeຂ່າວຕ່າງປະເທດຣັດເຊຍ ເສຍໃຈຫຼັງຖືກຜູ່ນຳສະຫະລັດກ່າວຫາວ່າເປັນບ່ອນທຳລາຍຄວາມໝັ້ນຄົງ

ຣັດເຊຍ ເສຍໃຈຫຼັງຖືກຜູ່ນຳສະຫະລັດກ່າວຫາວ່າເປັນບ່ອນທຳລາຍຄວາມໝັ້ນຄົງ

Published on

ທຳນຽມຂາວເຄຣມລິນຖະແຫຼງການໃນວັນນີ້ວ່າ ຣັດເຊຍບໍ່ເຫັນດີກັບປະທານາທິບໍດີ ໂດນັລ ທຣັມ ເຊິ່ງໄດ້ກ່າວຫາຣັດເຊຍວ່າມີພຶດຕິກຳບ່ອນທຳລາຍຄວາມໝັ້ນຄົງ ທ່ານ ດາມິທຣີ ເພສຄອຟ ໂຄສົກທຳນຽບດຄຣມລິນ ກ່າວວ່າ ເຮົາບໍ່ໄດ້ເຫັນດີກັບທ່າທີແບບນີ້ ພ້ອມສະແດງຄວາມເສຍໃຈທີ່ຣັດເຊຍ ແລະ ສະຫະລັດຂາດຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຕໍ່ຄວາມຄາດຫວັງເຖິງຄວາມສຳພັນໃນອານາຄົດ

ປະທານາທິບໍດີ ໂດນັລ ທຣັມ ຂອງສະຫະລັດຍອມຮັບວ່າ ຣັດເຊຍອາດແຊກແຊງການເລືອກຕັ້ງສະຫະລັດເມື່ອປີທີ່ຜ່ານມາ ແຕ່ກໍ່ອາດມີປະເທດອື່ນໆກ່ຽວຂ້ອງຄືກັນ ທຣັມ ຍັງໄດ້ກ່າວໄປຮອດອາດີດປະທານາທິບໍດີ ບາຣັກ ໂອບາມາ ວ່າ ຫາກມີການແຊກແຊງເລືອກຕັ້ງຕາມທີ່ ໂອບາມາກ່າວຫາແທ້ ເຫດໃດໂອບາມາຈິ່ງບໍ່ເຮັດສິ່ງໃດໃນຊ່ວງທີ່ຍັງດຳລົງຕຳແໜ່ງ

ທັງນີ້ ປະທານາທິບໍດີ ໂດນັລ ທຣັມ ແລະ ປະທານາທິບໍດີ ວາລາດິເມຍ ປູຕິນ ຍັງຈະມີການພົບປະກັນນອກຮອບການປະຊຸມ G20 ທີ່ເມືອງ ຮັມບຣູກ ປະເທດ ເຢຍລະມັນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...