spot_img
Homeຂ່າວຕ່າງປະເທດຣັດເຊຍໂຈມຕີສາງອາວຸດໄອເອັສຢູ່ຊີຣີ ດ້ວຍຂີປະນາວຸດລ້ຳສະໄໝ ຍິງຈາກອາກາດໄກ 1,000 ກິໂລແມັດ! (ເບິ່ງຄລິບ)

ຣັດເຊຍໂຈມຕີສາງອາວຸດໄອເອັສຢູ່ຊີຣີ ດ້ວຍຂີປະນາວຸດລ້ຳສະໄໝ ຍິງຈາກອາກາດໄກ 1,000 ກິໂລແມັດ! (ເບິ່ງຄລິບ)

Published on

ສຳນັກຂ່າວຣັດເຊຍທູເດ ລາຍງານໃນ 5 ກໍລະກົດຜ່ານມານີ້ ໂດຍອ້າງຄຳຖະແຫລງຈາກ ກະຊວງປ້ອງກັນປະເທດຣັດເຊຍວ່າ ຝູງເຮືອບິນຖິ້ມລະເບີດຍຸດທະສາດ ຕູໂປເລບ-95MS ຊຶ່ງບິນຂຶ້ນຈາກຖານທັບອາກາດແຫ່ງໜຶ່ງໃນຣັດເຊຍ ແລະ ມີການຕື່ມນ້ຳມັນກາງອາກາດ ໄດ້ບິນຖິ້ມລະເບີດທຳລາຍສາງອາວຸດ ແລະ ປ້ອມບັນຊາການຂອງກຸ່ມລັດອິດສະລາມ ຫລື ໄອເອັສ ຕາມເຂດຊາຍແດນລະຫວ່າງແຂວງຮາມາ ແລະ ແຂວງຮັອມ ໂດຍມີການໃຊ້ຂີປະນາວຸດຍິງຈາກອາກາດທີ່ລ້ຳສະໄໝ Kh-101 ໂຈມຕີຈາກໄລຍະໄກ ປະມານ 1,000 ກິໂລແມັດ.

ກະຊວງປ້ອງກັນປະເທດຣັດເຊຍ ຍັງໄດ້ມີການເປີດເຜີຍອີກວ່າ ຂີປະນາວຸດລຸ້ນດັ່ງກ່າວນີ້ ມີໄລຍະການໂຈມຕີໄດ້ສູງສຸດເຖິງ 4,500 ກິໂລແມັດ ແລະ ສາມາດຕິດຕັ້ງຫົວຮົບນິວເຄລຍໄດ້ອີກ ໂດຍທີ່ເຮືອບິນຍຸດທະສາດ ຕູໂປເລບ-95MS ສາມາດບັນທຸກຂີປະນາວຸດລຸ້ນດັ່ງກ່າວໄດ້ສູງສຸດ 8 ລູກໃນຖ້ຽວດຽວ.

ຝູງເຮືອບິນຖິ້ມລະເບີດດັ່ງກ່າວນີ້ ໄດ້ສຳເລັດພາລະກິດຂອງຕົນ ແລະ ບິນກັບຄືນສູ່ຖານທັບອາກາດຢູ່ຣັດເຊຍຢ່າງປອດໄພ ໂດຍໄດ້ຮັບການຄຸ້ມກັນຈາກເຮືອບິນສູ້ຮົບ Su-30SM.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...