Homeຂ່າວຕ່າງປະເທດສານສູງຟິລິບປິນໄຟຂຽວດູເຕີເຕ ປະກາດກົດໄອຍະການເສິກ ກວາດລ້າງກຸ່ມໄອເອັສທາງພາກໃຕ້

ສານສູງຟິລິບປິນໄຟຂຽວດູເຕີເຕ ປະກາດກົດໄອຍະການເສິກ ກວາດລ້າງກຸ່ມໄອເອັສທາງພາກໃຕ້

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ກໍລະກົດນີ້ວ່າ ສານສູງສຸດຂອງຟິລິບປິນ ໄດ້ມີຄຳສັ່ງຮັບຮອງເອົາການປະກາດກົດໄອຍະການເສິກ ໃນທົ່ວພື້ນທີ່ທາງພາກໃຕ້ຂອງປະເທດແລ້ວ ຫລັງຈາກທີ່ທ່ານ ໂຣດຣິກໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ປະກາດໃຊ້ມາດຕະການດັ່ງກ່າວ ທົ່ວເກາະມິນດາເນົາ ເມື່ອວັນທີ 23 ພຶດສະພາຜ່ານມາ ແຕ່ຖືກຝ່າຍຄ້ານຍື່ນຟ້ອງສານສູງສຸດ ເພື່ອໃຫ້ລະງັບການປະກາດດັ່ງກ່າວ.

ທັງນີ້ ການປະກາດກົດໄອຍະການເສິກ ຊຶ່ງກວມເອົາເນື້ອທີ່ 1/3 ຂອງຟິລິບປິນໃນຄັ້ງນີ້ ມີຂຶ້ນຫລັງຈາກທີ່ກຸ່ມຕິດອາວຸດໄອເອັສ ບຸກເຂົ້າຍຶດເມືອງມາຣາວີ ແລະ ມີການສູ້ຮົບກັນເກີດຂຶ້ນ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ ຢ່າງໜ້ອຍ 460 ຄົນ ແລະ ປະຊາຊົນຫລາຍກວ່າ 400,000 ຄົນ ຕ້ອງອົບພະຍົບປະຖິ້ມເຮືອນຊານຂອງຕົນ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...