Home​ຂ່າວບັນເທິງຊົງຈຸງກິ ແລະ ຊອງເຮຄຽວ ກຽມເຂົ້າປະຕູວິວາ 31 ຕຸລານີ້

ຊົງຈຸງກິ ແລະ ຊອງເຮຄຽວ ກຽມເຂົ້າປະຕູວິວາ 31 ຕຸລານີ້

Published on

ບັນເທີງຕ່າງແດນກັບ ລາວໂພສຕ໌ ມື້ນີ້ແອັດມິນມີຂ່າວມົງຄຸນສົມຣົດຂອງຄູ່ຮັກຈາກທາງຝັ່ງເກົາຫຼີໃຕ້ມາຝາກ ເມື່ອ ຊົງຈຸງກິ ແລະ ຊອງເຮຄຽວ ປະກາດຢ່າງເປັນທາງການວ່າທັງຄູ່ຈະມີແຜນແຕ່ງງານກັນໃນວັນທີ 31 ຕຸລາ 2017 ທີ່ຈະມາຮອດນີ້ ງານນີ້ແຟນຄລັບຂອງທັງຄູ່ມີເຮກຽມສົ່ງຄຳອວຍພອນໃຫ້ທັງຄູ່ ລວມທັງແອັດມິນພ້ອມ ເພາະສອງຄົນນີ້ຖືເປັນໄອດໍ້ຂອງແອັດມິນເອງທັງຄູ່ເລີຍກໍ່ວ່າໄດ້.

ຈາກຄູ່ຮັກໃນຊີຣີເລື່ອງດັງ Descendants of The Sun ຂອງເກົາຫຼີໃຕ້ ຊົງຈຸງກິ ແລະ ຊອງເຮຄຽວ ກາຍເປັນຄູ່ຮັກໃນຊີວິດແທ້ ແລະ ກຽມເຂົ້າພິທີວິວາ ໂດຍທາງສັງກັດຂອງທັງຄູ່ອອກມາຢືນຢັນຂ່າວ ແລະ ຂໍໃຫ້ທຸກຄົນເຂົ້າໃຈທີ່ມີການປະກາດຂ່າວນີ້ຢ່າງກະທັນຫັນ ໂດຍພິທີານແຕ່ງງານຈະມີຄອບຄົວຂອງທັງສອງຝ່າຍ

ຊົງຈຸງກິ ນັກສະແດງຊາຍໄວອາຍຸ 32 ປີ ກັບ ຊອງເຮຄຽວ ນັກສະແດງຍິງໄວອາຍຸ 35 ປີ ເປັນນັກສະແດງພະນາງຈາກຊີຣີ້ເລື່ອງດັງທີ່ໄດ້ຮັບຄວາມນິຍົມໄປທົ່ວເອເຊຍ ແລະ ຫຼັງຈາກທີ່ຊີຣີ້ຈົບລົງແລ້ວກໍ່ຍັງມີກະແສຂ່າວຕາມມາຢ່າງຕໍ່ເນື່ອງວ່າທັງຄູ່ຄົບຫາກັນ ແຕ່ຕົ້ນສັງກັດຊີ້ແຈງວ່າພວກເຂົາເປັນເພື່ອນໃນກຸ່ມດຽວກັນ ແລະ ທັງຄູ່ກໍ່ປະຕິເສດວ່າເປັນພຽງເພື່ອນຮ່ວມງານກັນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...