Homeຄົມຄິດຄົມຄົນຕຳນານ 20 ຂໍ້ຫ້າມຂອງຄົນບູຮານລາວ

ຕຳນານ 20 ຂໍ້ຫ້າມຂອງຄົນບູຮານລາວ

Published on

ບັນທຶກເລື່ອງເລົ່າ ມື້ນີ້ເຮົາຈະມາຮູ້ຈັກກັບ ເລື່ອງທີ່ຄົນບູຮານ ມັກຫ້າມ! ຕອນຍັງນ້ອຍເຮົາອາດຈະເຄີຍໄດ້ຍິນເລື່ອງເລົ່າຂອງພໍ່ຕູ້ແມ່ຕູ້ ຫຼື ຜູ້ໃຫຍ່ກວ່າເຮົາທີ່ຫ້າມນັ້ນຫ້າມນີ້ ແຕ່ລະເລື່ອງທີ່ຍົກມາຫ້າມນັ້ນກໍ່ມີເຫດຜົນອະທິບາຍໄປຕ່າງໆນານາ ແລ້ວແຕ່ຄວາມເຊື່ອ! ເຊິ່ງມື້ນີ້ ແອັດມິນ ກໍ່ເລີຍມີບາງຂໍ້ຫ້າມ ທີ່ຜູ້ເຖົ້າຜູ້ແກ່ຄົນບູຮານໄດ້ກ່າວໄວ້ມາເລົາສູ່ຟັງ (ແຕ່ຕ້ອງບອກວ່າເລື່ອງນີ້ເປັນຄວາມເຊື່ອສ່ວນບຸກຄົນ) ເຮົາມາອ່ານ ແລະ ຄິດໄປພ້ອມກັນວ່າ ເລື່ອງເລົ່າຂອງຄົນບູຮານນີ້ເປັນເລື່ອງຈິງ ແລະ ເປັນພຽງເລື່ອກຫຼອກໆເທົ່ານັ້ນ.
1. ຫ້າມນອນຫັນຫົວໄປທາງທິດຕະເວັນຕົກ ເພາະຈະເຮັດໃຫ້ອາຍຸສັ້ນ
2. ຫ້າມແມວດຳໂດດຂ້າມສົບຄົນຄົນຕາຍ ເພາະຈະເຮັດໃຫ້ວິນຍານຄົນຕາຍກາຍເປັນວິນຍານຜີຮ້າຍ ແລະ ບໍ່ໄດ້ໄປເກີດ
3. ຕອນກາງເດິກຫາກໄດ້ຍິນສຽງເອີ້ນ ຫຼື ໄດ້ຍິນສຽງດັງ ຫ້າມສົ່ງສຽງຕອບຮັບ ຫຼື ທັກທ້ວງເດັດຂາດ ທ່ານຕ້ອງມິດແລ້ວຟັງໃຫ້ແນ່ໃຈກ່ອນ ເພາະບໍ່ແນ່ວ່າ ອາດຈະມີຜູ້ບໍ່ຫວັງດີປ່ອຍຄຸນໃສມາໃສ່ທ່ານ ຫຼື ມີພວກຜີຮ້າຍຫວັງມາທຳລາຍທ່ານ.
4. ຫ້າມປັດກວາດເຮືອນຕອນກາງຄືນ ມັນເພາະເປັນການຂັບໄລ່ເທວະດາ, ສິ່ງສັກສິດທີ່ມາປົກປັກຮັກສາທ່ານ ຈາກພວກຜີ ຫຼື ສິ່ງຊົ່ວຮ້າຍທີ່ຈະມາທຳຮ້າຍທ່ານໃນຕອນກາງຄືນ.
5. ຢ່າປູກກົກໄມ້ໃຫຍ່ໄວ້ໃກ້ເຮືອນ ຫຼື ບໍລິເວນດິນເຮືອນ ເພາະຕົ້ນໄມ້ໃຫຍ່ ມັກເປັນແລ່ງສິງສະທິດຂອງພວກຜີເລລ້ອນ ຫາກຜີພວກນີ້ໄດ້ສິງຢູ່ຕົ້ນໄມ້ຂອງເຮືອນໃດກໍ່ຈະນຳແຕ່ສິ່ງອັບປະມົງຄຸນມາໃຫ້
6. ຫ້າມນອນຕອນຫົວຄຳ່ເພາະອາດຖືກຜີອຳ ຫຼື ບໍ່ດັ່ງນັ້ນຜີກໍ່ຈະມາລັກເອົາວິນຍານເຮົາໄປຢູ່ນຳ
7. ຫ້າມໃຊ້ເສົາຕົກນຳ້ມັນປຸກເຮືອນ ເພາະເສົາຕົກນຳ້ມັນນັ້ນຈະມີວິນຍານຜີສິງຢູ່ ຫາກນຳມາປູກເຮືອນກໍ່ຈະເຮັດໃຫ້ເກີດເຫດຮ້າຍຂຶ້ນ
8. ຫ້າມໃຊ້ພ້າ, ມີດ ຟັນຂັນໄດ ເພາະຂັນໃດຈະມີຜີບ້ານຜີເຮືອນຄອຍຫັກສາຢູ່ ຖ້າຫາກໃຜນຳຜ້າ ຫຼື ມີດ ໄປຟັນຂັນໄດກໍ່ຈະຖືກຢູ່ຕົກຂັນໄດໄດ້
9. ຫ້າມກົ້ມເບິ່ງລອດວ່າງຕົນເອງເມື່ອເວລາໄປງານສົບ ເພາະທ່ານອາດຈະເຫັນຜີໄດ້
10. ຢ່າດ່າຟ້າແດດລົມຝົນ ເພາະຈະເຮັດໃຫ້ຊີວິດບໍ່ຈະເລີນກ້າວໜ້າ ຫາກິນຍາກ
11. ຫ້າມເຄາະໝໍ້ເຂົ້າ, ເຄາະຖ້ວຍ, ບ່ວງ ໃນເວລາກິນເຂົ້າ ເພາະພຣະແມ່ໂພສົດຈະເສຍໃຈ ຈະບໍ່ພໍໃຈ ເຮັດນາຄັ້ງຕໍ່ໄປຈະບໍ່ເກີດໝາກອອກຜົນ ການທຳມາຫາກິນກໍ່ຍາກລຳບາກ.
12. ຢ່າຫຼິ້ນຢຽບເງົາຕົວເອງຕອນກາງຄືນ ເພາະຈະເຮັດໃຫ້ເກີດລາງຮ້າຍ
13. ຫ້າມຍ່າງແຮງເພາະຈະເຮັດໃຫ້ຜີບ້ານຜີເຮືອນຕື່ນຕົກໃຈ ຢູ່ບໍ່ມີຄວາມສຸກແລ້ວຈະໜີໄປຢູ່ບ່ອນອື່ນ ບໍ່ຢູ່ຄຸ້ມຄອງເຈົ້າຂອງເຮືອນ.
14. ຫ້າມລ້ຽງແມວຈຳນວນ 5 ຕົວ ຫຼື ລ້ຽງໝາຈຳນວນ 6 ຕົວ ເພາະຈະເຮັດໃຫ້ຄົນໃນເຮືອນທຸກຈົນ ຫາກິນຍາກລຳບາກ.
15. ຫ້າມເຜົາຜີຕາຍວັນສຸກ ເພາະຈະເຮັດໃຫ້ຄົນທີ່ຢູ່ບໍ່ມີຄວາມສຸກ ມີແຕ່ຄວາມທຸກຫມົ່ນຫມອງ
16. ຫ້າມຕັດຜົມວັນພຸດ ຫ້າມສະຜົມວັນພະຫັດ
17. ຫ້າມຕັດເລັບຕີນເລັບມືຕອນຄຳ່ໃນເຮືອນ ເພາະຈະເຮັດໃຫ້ເຮືອນມີຄວາມເດືອດຮ້ອນ
18. ຫ້າມນຸ່ງຊຸດດຳໄປຢ້ຽມຢາມຄົນປ່ວຍເພາະມັນສະແດງເຖີງຄວາມທຸກໂສກເສົ້າ
19. ໃນເຮືອນບໍ່ຄວນມີຮູບປັ້ນຍັກຫລືຮູບຍັກເພາະຈະເຮັດໃຫ້ຄົນໃນເຮືອນຜິດຖຽງກັນ
20. ຫ້າມສາວໂສດຮ້ອງເພງໃນຄົວ ເພາະເຊື່ອວ່າຈະໄດ້ຜົວເຖົ້າ ຫລື ຫາຜົວບໍ່ໄດ້.

 

ແຫລ່ງຂໍ້ມູນ: ບູຮານຄະດີແລະປະຫວັດສາດລາວ History Laos

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...