spot_img
Homeຂ່າວທ້ອງຖິ່ນລັກເຄື່ອນຍ້າຍໄມ້ເຖື່ອນແຕ່ໄປບໍ່ລອດຖືກຈັບພ້ອມຂອງກາງ

ລັກເຄື່ອນຍ້າຍໄມ້ເຖື່ອນແຕ່ໄປບໍ່ລອດຖືກຈັບພ້ອມຂອງກາງ

Published on

ໃນວັນທີ 28 / 6 /2017 ທີ່ຜ່ານມາໄດ້ມີພົນລະເມືອງດີແຈ້ງມາຍັງສາຍກວດວ່າ ຈະມີການເຄື່ອນຍ້າຍໄມ້ຜິດກົດໝາຍ ຈາກເມືອງຊານໄຊ ຫາ ເມືອງ ໄຊເສດຖາ ແຂວງ ອັດຕະປື ດັ່ງນັ້ນຄະນະຮັບຜິດຊອບສາຍກວດ ຈື່ງໄດ້ແຕ່ງຕັ້ງ ວິຊາການສົມທົບກັບພາກສ່ວນກ່ຽວຂ້ອງ ລົງເຄື່ອນໄຫວສະກັດເສັ້ນທາງດັ່ງກ່າວ ແລະມາຮອດເວລາ 21 ໂມງ 30ນາທີ ໄດ້ພົບເຫັນລົດເປົ້າໝາຍ ເຊິ່ງເປັນ ລົດຮຸນໄດ ສີຂາວ ທະບຽນ ກກ 3433 ແລ່ນມາຈາກ ເມືອງຊານໄຊ ມຸ້ງໜ້າໄປບ້ານຫາດຊາຍຂາວ, ເມືອງໄຊເສດຖາ, ທາງເຈົ້າໜ້າທີ່ຈຶ່ງໄດ້ສັ່ງຢຸດລົດຄັນດັ່ງກ່າວ ບໍລິເວນນາໂພນຕານ ແລະ ໄດ້ພ້ອມກັນກວດກາ ໂດຍພົບເຫັນຂອງກາງ ເປັນໄມ້ຕັບ ຄ້າຍຄືໄມ້ດູ ແລະ ໄມ້ປ່າດົງ ຈຳນວນປະມານ 2.000 kg (ບໍ່ມີເອກະສານ) ທາງເຈົ້າໜ້າທີ່ຈື່ງໄດ້ນຳເອົາລົດຄັນດັ່ງກ່າວພ້ອມໄມ້ ໄປໄວ້ທີ່ກອງກວດກາປ່າໄມ້ແຂວງ ພ້ອມທັງສ້າງບົດບັນທືກ ແລະ ຈະດຳເນີນຄະດີຕາມລະບຽກົດໝາຍ.

ແຫລ່ງຂ່າວ: ອັດຕະປື

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...