Homeຂ່າວທ້ອງຖິ່ນລັດຖະບານເລັ່ງໃຫ້ການບິນລາວຕ້ອງປັບຕົວເພື່ອຄວາມຢູ່ລອດ

ລັດຖະບານເລັ່ງໃຫ້ການບິນລາວຕ້ອງປັບຕົວເພື່ອຄວາມຢູ່ລອດ

Published on

ລັດຖະບານເລັ່ງໃຫ້ລັດວິສາຫະກິດລາວຫລາຍກວ່າ 180 ຫົວໜ່ວຍຕ້ອງປັບປຸງ ແລະ ຫັນທິດໃຫ້ສອດຄ່ອງກັບການປ່ຽນແປງໃໝ່ເພື່ອຄວາມຢູ່ລອດ ຂະນະທີ່ລັດວິສາຫະກິດການບິນແມ່ນ 1 ໃນ 180 ຫົວໜ່ວຍວິສາກະກິດພວມປະເຊີນໜ້າສິ່ງທ້າຍທາຍ ແລະ ດິ້ນຮົນເພື່ອຊອກຫາຄູ່ຮ່ວມທຶນໃນການພັດທະນາ ແລະ ຮັບມືກັບການແຂ່ງຂັນກັນຢ່າງດຸເດືອດກ່ຽວກັບອຸດສາຫະກໍາການບິນ.
ທ່ານ ຈະເລີນ ເຢຍເປົາເຮີ ໂຄສົກລັດຖະບານໄດ້ເປີດເຜີຍເດືອນນີ້ວ່າ: ກອງປະຊຸມລັດຖະບານປະຈໍາເດືອນມິຖຸນາໄດ້ເຫັນດີໃຫ້ບັນດາລັດວິສາຫະກິດຈໍານວນ 180 ຫົວໜ່ວຍຕ້ອງເລັ່ງປັບປຸງ,ຊອກຫາຄູ່ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດຢ່າງຮີບດ່ວນເພື່ອສ້າງຄວາມເຂັ້ມແຂງ ແລະ ຍືນຍົງໃນອະນາຄົດ.

ສປປ ລາວມີປະຊາກອນພຽງ 6 ລ້ານກວ່າຄົນກັບເສດຖະກິດຂະຫຍາຍຕົວສະເລ່ຍປະມານ 7% ຕໍ່ປີ ໃນນັ້ນຂະແໜງການສະໜັບສະໜູນຕົ້ນຕໍແມ່ນພະລັງງານ-ບໍ່ແຮ່, ທ່ອງທ່ຽວ, ກະສິກໍາ ແລະ ວິສາຫະກິດຂະໜາດ-ຂະໜາດກາງຈໍານວນໜຶ່ງ ແຕ່ເບິ່ງຢ້ອນຄືນອະດີດຜ່ານມາ ອຸດສາຫະກໍາການບິນລາວໄດ້ປະເຊີນໜ້າກັບສິ່ງທ້າຍບໍ່ໜ້ອຍໃນດ້ານທຶນຮອນ, ການບໍລິການ, ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ຄູ່ແຂງຂັນ ແລະ ອື່ນໆ ເຊິ່ງລັດຖະບານອາດຖົມຂຸມຕະຫລອດເພາະເປັນຂະແໜງການໜຶ່ງທີ່ສໍາຄັນ ແລະ ຈໍາເປັນ.

ອຸດສາຫະກໍາການບິນພາຍນອກທີ່ພວມບີບບັງຄັບ ແລະ ກົດດັນອຸດສາຫະກໍາການບິນລາວອາດໜີບໍ່ພົ້ນບໍລິສັດຍັກໃຫຍ່ຄື: ສາຍການບິນແອເອເຊຍ, ສາຍການບິນຈີນ, ສາຍການບິນ ສ.ເກົາຫລີ, ສາຍບິນໄທ ແລະ ອື່ນໆ ເຊິ່ງການບິນລາວບໍ່ສາມາປັດຕິເສດໄດ້ ທາມກາງການບິນລາວຢືນຕໍ່ໜ້າຍັກໃຫຍ່ຄວນຈະເຮັດແນວໃດເພື່ອຄວາມຢູ່ລອດ ພາຍໃຕ້ຄ່າໃຊ້ຈ່າຍລາຍວັນທີ່ຕ້ອງປະຕິບັດໂດຍສະເພາະການບໍາລຸງຮັກສາເຮືອບິນ, ການເຊົ່າຈອດເຮືອບິນ, ນໍ້າມັນເຮືອບິນ, ພະນັກງານ ແລະ ອື່ນໆ.

ຮຽບຮຽງຂ່າວໂດຍ: ນໍ້າອອ້ຍຂົມ
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...