Homeນານາສາລະ5 ອັນດັບລົດແພງທີ່ສຸດໃນໂລກປະຈຳປີ 2017

5 ອັນດັບລົດແພງທີ່ສຸດໃນໂລກປະຈຳປີ 2017

Published on

ຮຽກໄດ້ວ່ານີ້ແມ່ນການຈັດອັນດັບທີ່ໄດ້ຮັບຄວາມສົນໃຈໃນທຸກປີ ລົດລະດັບໄຮເປີຄາຣ ທີ່ມີຄວາມໄວ ແລະ ແຮງ ເລື່ອງລາຄາກໍ່ມະຫາໂຫດ ຕ້ອງລະດັບມະຫາເສດຖະເທົ່ານັ້ນຈິ່ງພໍຊື້ໄດ້ ແລະ ນີ້ຄື 5 ອັນດັບລົດທີ່ແພງທີ່ສຸດໃນໂລກ ປະຈຳປີ 2017 ມາເບິ່ງພ້ອມກັນວ່າຈະມີລົດຮຸ້ນໃດແດ່

ອັນດັບທີ 5 Ferrari Pininfarina Sergio ລາຄາ 3 ລ້ານໂດລາ
ນີ້ຄືລົດທີ່ແພງທີ່ສຸດໃນບໍລິສັດ Ferrari ຄວາມແຮງ 562 ແຮງມ້າ ເຄື່ອງບົນ 4.5 ລິດ V8

ອັນດັບ 4 Bugatti Veyron ຮຸ້ນ Limited Edition n by Mansory Vivere ລາຄາ 3.4 ລ້ານໂດລາ
ນີ້ຄືຮຸ້ນພິເສດທີ່ປະກອບຕົວຖັງຂຶ້ນຈາກຄາຣບອນໄຟເບີ ຊຸດສະປອຍເລີໃໝ່ທັງໜ້າ ແລະ ຫຼັງ ຮຸ້ນນີ້ມີຄວາມແຮງເຖິງ 1,200 ແຮງມ້າ ແລະ ມີຄວາມໄວສູງສຸດຢູ່ທີ່ 408 ກິໂລແມັດ/ຊົ່ວໂມງ

ອັນດັບທີ 3 W Motors Lykan Hypersport ລາຄາ 3.4 ລ້ານໂດລາ
ນີ້ຄືໜຶ່ງໃນລົດທີ່ຖືກນຳເຂົ້າໄປໃນຮູບເງົາແຂ່ງລົດສຸດໂດ່ງດັງຢ່າງ Fast and Furious 7 ເປັນໄຮເປີຄາຣສັນຊາດເລບານອນ ມີພຽງ 7 ຄັນໃນໂລກ ຜະລິດອອກມາເມື່ອປີ 2013 ຄວາມແຮງ 740 ແຮງມ້າ ຄວາມໄວສູງສຸດທີ່ 385 ກິໂລແມັດ/ຊົ່ວໂມງ

ອັນດັບ 2 Lamborghini Veneno ລາຄາ 4.5 ລ້ານໂດລາ
ຍົກລະດັບຄວາມແພງຂຶ້ນມາທີ່ລົດໄຮເປີຄາຣຂວັນໃຈຊາຍໜຸ່ມທົ່ວໂລກຢ່າງ Lamborghini Veneno ຄັ້ງໜຶ່ງມັນເຄີຍຄອງຕຳແໜ່ງ ລົດທີ່ແພງທີ່ສຸດໃນໂລກ ມັກຖືກສ້າງຂຶ້ນໃນໂອກາດຄົບຮອບ 50 ປີຂອງ Lamborghini ຄວາມແຮງ 740 ແຮງມ້າ ແລະ ຄວາມໄວ 0-100 ກິໂລແມັດ/ຊົ່ວໂມງ ໄດ້ພາຍໃນ 2.9 ວິນາທີເທົ່ານັ້ນ

ອັນດັບທີ 1 Koenigsegg CCXR Trevita ລາຄາ 4.8 ລ້ານໂດລາ
ແພງທີ່ສຸດໃນໂລກ ເວລານີ້ຕ້ອງຍົກໃຫ້ Koenigsegg CCXR Trevita ໄຮເປີຄຣາຈາກບໍລິສັດລົດສັນຊາດສະວິເດນ ມີພຽງ 3 ຄັນໃນໂລກ ມາພ້ອມກັບເຄື່ອງຍົນ V8 ຂະໜາດ 4.8 ລິດ ຄວາມແຮງ 1,004 ແຮງມ້າ ຄວາມໄວສູງສຸດທີ່ 400 ກິໂລແມັດ/ຊົ່ວໂມງ ທັງແພງ ແລະ ມີໜ້ອຍຄັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...