Home​ຂ່າວບັນເທິງທົດສະພອນ ຮັບປະລິນຍາທີ່ ອົດສະຕຣາລີ

ທົດສະພອນ ຮັບປະລິນຍາທີ່ ອົດສະຕຣາລີ

Published on

ຂ່າວບັນເທີງດາລາກັບລາວໂພສຕ໌ ມື້ນີ້ແອັດມີຂ່າວຄວາມຍິນດີຂອງບັນດິດຄົນໃໝ່ “ທົດສະພອນ ຫຼື ອຸ້ງ” ຕົວແທນຊາຍງາມພຽງໜຶ່ງດຽວຂອງລາວ ເຈົ້າຂອງລາວວັນຂວັນໃຈສື່ມວນຊົນ ຈາກເວທີການປະກວດ Mister National Universe 2017 ທີ່ຈັດຂຶ້ນທີ່ປະເທດໄທ ໃນວັນ 11 ມິຖຸນາ 2017 ທີ່ຜ່ານມາ.

ຫຼ້າສຸດບ່າວ ອຸ້ງ ຂອງພວກເຮົາກໍ່ບິນລັດຟ້າໄປຮັບໃບປະກາດຊະນີຍະບັດລະດັບປະລິນຍາຕີ ສາຂາ Accounting – Marketing ທີ່ປະເທດ ອົດສະຕຣາລີ ຈາກ University of New South Wales ພ້ອມກັບຄອບຄົວຢ່າງອົບອຸ່ນ

ທາງທີມງານບັນເທີງລາວໂພສຕ໌ ກໍ່ຂໍສະແດງຄວາມຍິນດີກັບບັນດິດຄົນໃໝ່ ແລະ ຫວັງວ່າຈະໄດ້ເຫັນຜົນງານຂອງບ່າວ ອຸ້ງ ຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...